Vietnam Airline-ບໍລິສັດການບິນທີ 2ໃນໂລກຮັບເຮືອບິນAirbusA350

Vietnam Airline-ບໍລິສັດການບິນທີ 2ໃນໂລກຮັບເຮືອບິນAirbusA350 - ảnh 1
Vietnam Airline ແມ່ນບໍລິສັດ​ການບິນ​ທີ 2​ໃນ​​ໂລກ​
ຮັບ​ເຮືອບິນAirbusA350.  (ພາບ:Airbus)

(vovworld) –  ​ ວັນ​ທີ 30/6,  ​ບໍລິສັດ​ການບິນ Airbus ​ໄດ້​ດຳ​ເນີນ​ພິທີ​ມອບ​ຮັບເຮືອບິນ A350-900 ລຳທຳ​ອິດ​ໃນການ​ຊື້​ເຮືອບິນ 10 ລຳ ​ແລະ ​ເຊົ່າ​ເຮືອບິນ 4 ລຳ​ໃຫ້​ບໍລິສັດ​ການບິນ​ແຫ່ງ​ຊາດ​ຫວຽດນາມ (Vietnam Airline). Vietnam Airline ​ໄດ້​ກາຍ​ເປັນ​ບໍລິສັດ​ທຳ​ອິດ​ຢູ່​ພາກ​ພື້ນ ​ແລະ ທີ 2 ​ໃນ​ໂລກນຳ​​ເຮືອບິນ A350-900 ເຂົ້າ​ໃຊ້ການ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ສົ່ງ, ທ່ານ​ຮອງ​ຜູ້ອຳນວຍການ​ໃຫຍ່​ການ​ຄ້າ Vietnam Airline ຈິ້ງ​ງອກ​ແທ່ງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ມອບ​ຮັບ​ເຮືອບິນ A350-900 ຈະ​ເປັນ​ບາດກ້າວ​ໃໝ່​​ເພື່ອ​ຫັນ​ການປະຕິບັດຄຳ​ໝັ້ນ​ສັນຍາ​ຂອງ Vietnam Airline ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ດີ​ກ່ວາ. ທ່ານ​ປະທານ ​ແລະ ຜູ້ອຳນວຍການ​ບໍລິຫານ​ຂອງ Airbus Fabrice Bregier ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ພິ​ເສດ​​ກັບ​ຄູ່​ຮ່ວມ​ມື​ໃຫຍ່​ແມ່ນ Vietnam Airline. ທ່ານ Bregier ຢືນຢັນ​ວ່າ: Vietnam Airline ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ Airbus ຢູ່​ອາຊີ​ຕາ​ເວັນ​ອອກ. Airbus ປາດ​ຖະໜາ​ວ່າ: Vietnam Airline ຈະ​ກາຍ​ເປັນຜູ້ຕາງໜ້າ​ຊ່ວຍໂຄສະນາ​ເຮືອບິນ A350-900 ​ເຊິ່ງ​ເປັນ​ເຮືອບິນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ ​ແລະ ປະຢັດ​ເຊື້ອ​ໄຟ​ຫຼາຍທີ່​ສຸດ​ເຖິງ 25% ​ເມື່ອ​ທຽບ​​ໃສ່​ເຮ​ືອ​ບິນ​ລຸ້ນ​ເກົ່າ.

ຂ່າວ/ບົດ​ອື່ນ