VietnamAirlinesແມ່ນບໍລິສັດການບິນທຳອິດຂອງອາຊີຮັບເຮືອບິນAirbusA350-900

VietnamAirlinesແມ່ນບໍລິສັດການບິນທຳອິດຂອງອາຊີຮັບເຮືອບິນAirbusA350-900 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸ້ງ ກ່າວຄຳເຫັນ
ທີ່ພິທີຮັບເຮືອບິນ A350-900 XWB
(ພາບ: baomoi.com)

(vovworld) – ວັນ​ທີ 2/7, ຢູ່​ທ່າ​ອາກາດສະຍານສາກົນ​ ໂນ້ຍບ່າຍ, ບໍລິສັດ​ໃຫຍ່​ການບິນ​ຫວຽດນາມ-  Vietnam Airlines ​ໄດ​້ຈັດ​ຕັ້ງພິທີ​ຮັບ​ເຮືອບິນ​ລຸ້ນ​ໃໝ່ Airbus A350-900 ​ ​ລຳ​ທຳ​ອິດ​ຂອງ​ບໍລິສັດ, ພ້ອມ​ທັງ​ປະກາດ​​ໂຄງການ​ຍົກລະດັບ​ການ​ບໍລິການ 4 ດາວຢ່າງ​ເປັນ​ທາງ​ການ. Vietnam Airlines ​ໄດ້​ກາຍ​ເປັນ​ບໍລິສັດ​ທຳ​ອິດ​ຂອງ ອາຊີ ​ແລະ ທີ 2 ​ໃນ​ໂລກ​ນຳເຮືອບິນລຸ້ນ​ໃໝ່ Airbus A350-900 ​ເຂົ້າ​ໃຊ້​ການ.

            ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ​ໄດ້​ອວຍພອນ Vietnam Airlines ຮັບ​ເຮືອບິນ​ລຳ​ທຳ​ອິດ​ໃນ​ຈຳນວນ​ເຮືອບິນທີ່ທັນ​ສະ​ໄໝ​ລຸ້ນ​ໃໝ່ທີ່ສຸດ 14 ລຳ​ໃນ​ປະຈຸ​ບັນ​ຂອງ Airbus. ພ້ອມ​ກັນ​ນັ້ນ, Vietnam Airlines ກໍ​ພວມ​ກະກຽມ​ຮັບ​ເຮືອບິນ​ລຳ​ທຳ​ອິດ​ໃນ​ຈຳນວນ​ເຮືອບິນລຸ້ນ​ໃໝ່​ 19 ລຳ ຂອງBoing. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ້ງ ຮຽກຮ້ອງ: Vietnam Airlines ຕ້ອງ​ເປັນ​ເຈົ້າ​ການ​ຮັບ​​​ເອົາເຮືອບິນ​ລຸ້ນ​ໃໝ່ ​ແລະ ນຳ​ເຂົ້າ​ໃຊ້​ການ​ຢ່າງ​ມີ​ປະສິດທິ​ຜົນ, ປອດ​ໄພ​ໃນ​ໄລຍະ​ໄວ​ທີ່​ສຸດ. ທ່ານ ຫງວຽນ​ເຕິ​ນຢຸ້ງ ປາດ​ຖະໜາວ່າ: Vietnam Airlines ສືບ​ຕໍ່​ມານະ​ພະຍາຍາມ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ບໍລິສັດ​ການບິນ​ແຫ່ງ​ຊາດ​​ແຖວ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໂລກ.

ຂ່າວ/ບົດ​ອື່ນ