Vinfast ຄວນ​ເປັນ​ເຈົ້າ​ການ​ໃນ​ການຮ່ວມ​ສຳ​ພັນ, ຮ່ວມ​ມື​ກັບ​ບັນ​ດາ​ຜູ້​ຜະ​ລິດລົດ​ໂອ​ໂຕ ຫວຽດ​ນາມ

(VOVWORLD) -ພາຍຫຼັງກໍ່ສ້າງສົມບູນແບບມາເປັນເວລາ 21 ເດືອນ, ວັນທີ 14 ມິຖຸນາ, ໂຮງງານລົດໂອໂຕ Vinfast ຢູ່ເຂດອຸດສາຫະກຳ ດິ່ງຫວູ໊, ກາດຫ໋າຍ, ຫ໋າຍຟ່ອງ, ໄດ້ຈັດພິທີເປີດສະຫຼອງໂຮງງານ, ກ້າວເຂົ້າດສູ່ໄລຍະ ຜະລິດລົດໂອໂຕເປັນຈຳນວນຫຼາຍ.
Vinfast ຄວນ​ເປັນ​ເຈົ້າ​ການ​ໃນ​ການຮ່ວມ​ສຳ​ພັນ, ຮ່ວມ​ມື​ກັບ​ບັນ​ດາ​ຜູ້​ຜະ​ລິດລົດ​ໂອ​ໂຕ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຜູ້ແທນຕັດແຖບຜ້າເປືດສະຫຼອງໂຮງງານລົດໂອໂຕ Vinfast  (ພາບ:TTXVN) 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊົມເຊີຍເຫດການສຳຄັນນີ້ິຂອງກຸ່ມບໍລິສັດ VinGroup  ແລະ ຂະແໜງອຸດສາຫະກຳ ລົດໂອໂຕ ຫວຽດນາມ.ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຖັນແຖວຜູ້ບັນຊາ, ພະນັກງານ, ວິສະວະກອນ, ກຳມະກອນ, ຜູ້ອອກແຮງງານຢູ່ໂຮງງານລົດໂອໂຕ Vinfast. ທ່ານນາຍົກລັດຖະມົນຕີຖືວ່າ ຄວາມວອງໄວໃນການກໍ່ສ້າງໂຮງງານລົດໂອໂຕ Vinfast ໄດ້ສະແດງໃຫ້ເຫັນຄວາມຄາດຫວັງອັນໃຫຍ່ຫຼວງໃນບັນດາຜູ້ “ທິີ່ຮ່ວມແຮງຮ່ວມໃຈ, ປະກອບສ່ວນພູມປັນຍາເພື່ອສ້າງຄວາມສຳເລັດທີ່ມະຫັດສະຈັນຂອງຂະແໜງລົດໂອໂຕ ຫວຽດນາມ ກໍ່ຄືໃນໂລກ”. ໝາກຜົນນີ້ບໍ່ພຽງແຕ່ພິສູດໃຫ້ເຫັນວ່າ ຊາວຫວຽດນາມກໍ່ສາມາດເຮັດໄດ້ບັນດາສິ່ງທີ່ໂລກເຮັດໄດ້, ສຳຄັນ ແລະ ແທດຈິງກ່ວາແມ່ນການປະກອບສ່ວນເຂົ້າໃນບັນດາຜົນງານເສດຖະກິດ - ສັງຄົມ ຂອງ ທ້ອງຖິ່ນ ແລະ ປະເທດຊາດ, ມຸ່ງໄປສູ່ເປົ້າໝາຍສ້າງສາປະເທດຊາດໃຫ້ມີຄວາມຮັ່ງມີພໍສົມຄວນ ໃນປີ 2045.

ຕອບກັບ

ຂ່າວ/ບົດ​ອື່ນ