VOV ພາສາອັງກິດ 24/7 ເລີ່ມອອກອາກາດ ຢ່າງເປັນທາງການແຕ່ວັນທີ 1/10/2015

VOV ພາສາອັງກິດ 24/7 ເລີ່ມອອກອາກາດ ຢ່າງເປັນທາງການແຕ່ວັນທີ 1/10/2015 - ảnh 1
(ພາກ​ພາສາ​ອັງກິດ 24/7, VOV
ເລີ່ມອອກ​ອາກາດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1/10/2015)

(vovworld) - ​​ ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ພາກ​ພາສາ​ອັງກິດ 24/7 ເລີ່ມອອກ​ອາກາດ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1/10/2015, ​ດ້ວຍ​ຄວາມ​ຖີ່ 104 MHz, ​ເພື່ອ​ຮັບ​ໃຊ້​ຜູ້​ຟັງ​ຊາວ​ຕ່າງປະ​ເທດ​ຢູ່​ທຸກ​ທະວີບ, ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ, ຊາວ​ຫວຽດນາມ ຮູ້​ພາສາ​ອັງ​ກິດ ​ແລະ ຊາວ​ຕ່າງປະ​ເທດ​ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ທ່ອງ​ທ່ຽວ​ຢູ່​ຫວຽດນາມ.


VOV ພາສາອັງກິດ 24/7 ເລີ່ມອອກອາກາດ ຢ່າງເປັນທາງການແຕ່ວັນທີ 1/10/2015 - ảnh 2

​ໄລຍະ​ທຳ​ອິດ, VOV ພາກພາສາ​ອັງກິດ 24/7 ຈະອອກ​ອາກາດ​ແຕ່​ເວລາ 6.00 ​ໂມງ ​- 24.00 ​ໂມງ, ​ໃນ​ນັ້ນ​ອອກ​ອາກາດ​ສົດ 4 ຊົ່ວ​ໂມງ/ວັນ ​ໃນ​ເວລາ 8.00 ​ໂມງ - 10.00 ​ໂມງ; 18.00 ​ໂມງ - 20.00 ​ໂມງ. ​ VOV ພາກພາສາ​ອັງກິດ 24/7 ຈະ​ສະໜອງ​ບັນດາ​ຂ່າວ​ກ່ຽວຂ້ອງ​ເຖິງ​ທຸກ​ຂົງ​ເຂດ, ຊີວິດ​ທາງ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ບັນ​ເທີງ ​ເຖິງ​ທ່ານ​ຜູ້​ຟັງ, ດ້ວຍບັນດາ​ລາຍການ: ຂ່າວ​ສະຖານະ​ການ, ​ເສດຖະກິດ, ຄົ້ນ​ຫາ​ຫວຽດນາມ, ປ່ອງຢ້ຽມ​ວັດທະນະທຳ, ສີສັນ 54 ຊົນ​ເຜົ່າ​ຫວຽດນາມ, ​ໄປ​ໄສ​ເບິ່ງ​ຫຍັງ, ອາຫານ​ການ​ກິນ​ຫວຽດນາມ… VOV ພາກພາສາ​ອັງກິດ 24/7 ​ແມ່ນ​ຂົວ​ຕໍ່​ຫວຽດນາມ​ກັບ​ເພື່ອນ​ມິດສາ​ກົນ, ​ເປັນ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງ​ທຸກ​ຄອບຄົວ.

VOV ພາສາອັງກິດ 24/7 ເລີ່ມອອກອາກາດ ຢ່າງເປັນທາງການແຕ່ວັນທີ 1/10/2015 - ảnh 3

ທຸກ​ສິ່ງ​ທຸກ​ຢ່າງ​ມ່ວນ​ທີ່​ສຸດ​ລ້ວນ​ແຕ່​ປະກົດ​ໃນ VOV ພາກພາສາ​ອັງກິດ 24/7, ດ້ວຍຄວາມ​ຖີ່ 104 MHz ​ແລະ ​ໃນ​ເວັບ​ໄຊ: vovworld.vn.

ຂ່າວ/ບົດ​ອື່ນ