ກູບາ ຄັດຄ້ານການເຄື່ອນໄຫວຕ້ານ ລາ ຮາວານ ຂອງ ອາເມລິກາ ທີ່ສໍານັກງານ ສປຊ

(VOVWORLD) -ວັນທີ 16 ຕຸລາ, ກະຊວງການຕ່າງປະເທດ ກູບາ (Minrex) ໄດ້ອອກຖະແຫຼງການຄັດຄ້ານຢ່າງຮຸນແຮງ ຕໍ່ເລື່ອງ ລັດຖະບານ ອາເມລິກາ ມີການກະທໍາ ໃສ່ຮ້າຍປ້າຍສີ ເພື່ອແນໃສ່ມ້າງເພ ລາ ຮາວານ ທີ່ສໍານັກງານຂອງ ສະຫະປະຊາຊາດ ຢູ່ນິວຢອກ, ອາເມລິກາ.
ກູບາ ຄັດຄ້ານການເຄື່ອນໄຫວຕ້ານ ລາ ຮາວານ ຂອງ ອາເມລິກາ ທີ່ສໍານັກງານ ສປຊ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ກູບາ  Bruno Rodriguezທີ່ການປະຊຸມຂ່າວ (ພາບ: AFP/TTXVN)

ໃນຖະແຫຼງການ, Minrex ສະເໜີໃຫ້ ສະຫະປະຊາຊາດ ດໍາເນີນການສືບສວນໂດຍດ່ວນ ແລະ ເຄັ່ງຄັດ ກ່ຽວກັບເຫດການທີ່ ວໍຊິງຕັນ ຈັດຕັ້ງຂຶ້ນ ແນໃສ່ໂຈມຕີ ກູບາ, ເພື່ອມີບັນດາມາດຕະການເໝາະສົມ ແນໃສ່ສະກັດກັ້ນການກະທໍາກໍ່ການເກາະຜິດກັນ ຕ້ານຄືນບັນດາປະເທດມີອໍານາດອະທິປະໄຕ.

        ໄປຄຽງຄູ່ກັບການປະຕິເສດການກະທໍາຈັດຕັ້ງເຫດການ ເຊິ່ງ ລາ ຮາວານ ໄດ້ຕີລາຄາວ່າ ແມ່ນ “ການໃສ່ຮ້າຍປ້າຍສີ” ນັ້ນ, Minrex ກໍຢັ້ງຢືນວ່າ ເຈົ້າໜ້າທີ່ ອາເມລິກາ ໄດ້ລະເມີດບັນດາຂໍ້ກໍານົດ ກ່ຽວກັບການນໍາໃຊ້ຫ້ອງການຕ່າງໆ ແລະ ຂອບເຂດຂອງ ສປຊ ປຽບເໝືອນເປັນຊັບສົມບັດສ່ວນຕົວຂອງຕົນ ເພື່ອຈັດຕັ້ງການເຄື່ອນໄຫວ ຕ້ານຄືນພື້ນຖານເອກະລາດ ແລະ ສິດຕັດສິນ ຂອງ ປະເທດສະມາຊິກ ທີ່ຂຶ້ນກັບອົງການຈັດຕັ້ງຫຼາຍຝ່າຍດັ່ງກ່າວ.

        Minrex ເນັ້ນໜັກວ່າ ການກະທໍາດັ່ງກ່າວ ພຽງແຕ່ແມ່ນຂໍ້ອ້າງອີງເພື່ອຮັກສາ ແລະ ເພີ່ມທະວີຄໍາສັ່ງຂວໍ້າບາດເທົ່ານັ້ນ, ເຊິ່ງເຄີຍແມ່ນການລະເມີດທີ່ເປີດແປນ ແລະ ມີລະບົບຕ້ານຄືນສິດທິມະນຸດຂອງປະຊາຊົນ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ