ກູບາ, ອາເມລິກາບັນລຸຄວາມຄືບໜ້າພາຍຫຼັງ 2 ວັນດຳເນີນການເຈລະຈາ

ກູບາ, ອາເມລິກາບັນລຸຄວາມຄືບໜ້າພາຍຫຼັງ 2 ວັນດຳເນີນການເຈລະຈາ - ảnh 1
ກູ​ບາ ແລະ ອາ​ເມ​ລິ​ກາດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບການ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ
(vovworld)-  ວັນ​ທີ 22/5, ກູ​ບາ ແລະ ອາ​ເມ​ລິ​ກາ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ໃນ​ການ​ປະ​ຊຸມ​ເປັນ​ເວ​ລາ 2 ວັນ, 2 ຝ່າຍໄດ້ ບັນ​ລຸ​ຄວາມ​ຄືບ​ໜ້າ​ມຸ່ງ​ໄປ​ສູ່​ການ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ.  2 ຝ່າຍ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ເປີດ​ປະ​ຕູ​ສະ​ຖານ​ທູດ​ຢູ່​ແຕ່​ລະ​ປະ​ເທດຄືນ​ໃໝ່. ນີ້ແມ່ນສ່ວນ​ໜຶ່ງ​ໃນ​ຂໍ້​ຕົກ​ລົງ​ຊຶ່ງ​ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ Obama ແລະ ປະ​ທານ​ກູ​ບາ Raul Castro ບັນ​ລຸ​ໄດ້​ໃນ​ເດືອນ 12 ປີ​ກາຍ ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ພົວ​ພັນ​ທາງ​ການ​ທູດ.

 

ຂ່າວ/ບົດ​ອື່ນ