ກອງທັບປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມເທື່ອທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

(VOVWORLD) -ກອງປະຊຸມຄັ້ງນີ້ແມ່ນເຫດການການເມືອງສຳຄັນຂອງພັກ ແລະ ຂອງປະເທດຊາດ, ເຊິ່ງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະມີຄວາມສົນໃຈທີ່ສຸດ.

ກອງທັບປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມເທື່ອທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 - ảnh 1ທີ່ການພົບປະ

(ພາບ: qdnd)

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານການພົບປະ, ແຈ້ງໃຫ້ຊາບກ່ຽວກັບເນື້ອໃນ, ໂຄງການເຄື່ອນໄຫວຂອງກອງປະຊຸມເທື່ອທີ 12 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12.

        ບັນດາຜູ້ແທນກໍ່ໄດ້ປຶກສາຫາລືໝາກຜົນພົ້ນເດັ່ນກ່ຽວກັບບັນດາການເຄື່ອນໄຫວດ້ານການທະຫານ, ການປ້ອງກັນຊາດ ແລະ ຄາດຄະເນສະພາບການໂລກ, ພາກພື້ນ ທີ່ສົ່ງຜົນກະທົບເຖິງໜ້າທີ່ຂອງກອງທັບຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງ, ເຮັດໃຫ້ໜ້າທີ່ກໍ່ສ້າງອົງຄະນະພັກກອງທັບທີ່ມີຄວາມໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດໃຫ້ພົ້ນເດັ່ນຂຶ້ນຕື່ມ.

        ເມື່ອແຈ້ງຂໍ້ມູນໃຫ້ບັນດາຜູ້ແທນທີ່ການພົບປະ, ທ່ານພົນເອກ ໂງຊວັນລິກ, ເນັ້ນໜັກວ່າ: ກອງປະຊຸມຄັ້ງນີ້ແມ່ນເຫດການການເມືອງສຳຄັນຂອງພັກ ແລະ ຂອງປະເທດຊາດ, ເຊິ່ງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະມີຄວາມສົນໃຈທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ