ກອງບັນຊາການນະຄອນຫຼວງ2ປະເທດຫວຽດນາມ-ລາວຮັດແໜ້ນນ້ຳໃຈມິດຕະພາບ

ກອງບັນຊາການນະຄອນຫຼວງ2ປະເທດຫວຽດນາມ-ລາວຮັດແໜ້ນນ້ຳໃຈມິດຕະພາບ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 6/7, ຢູ່​ຮ່າ​​ໂນ້ຍ, ຫົວໜ້າກອງ​ບັນຊາການນະຄອນຫຼວງ ຮ່າ​​ໂນ້ຍ, ທ່ານ ຟີ໋ກວກ​ຕ໋ວນ, ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ ວຽງ​ຈັນ ​ໂດຍ​ທ່ານ ພົນ​ຈັດ​ຕະ​ວາ ຄຳ​ຫອມ ​ແສງ​ບົວ​ລົມ, ອະດີດ​ກຳມະການການ​ເມືອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ ວຽງ​ຈັນ ນຳ​ໜ້າ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ, ທ່ານ ​ຟີ໋ກວກ​ຕ໋ວນ ປາດ​ຖະໜາ​ວ່າ: ຜ່ານ​ການ​ຢ້ຽມຢາມ, ພົວພັນ​ແລກປ່ຽນຄັ້ງ​ຕ່າງໆ, ນ້ຳ​ໃຈ​ມິດຕະພາບ, ສະໜິດສະໜົມ​ລະຫວ່າງ ຫວຽດນາມ - ລາວ ຍາມ​ໃດ​ກໍ່ຖືກ​ຮັດ​ແໜ້ນ, 2 ຝ່າຍ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ເຊິ່ງກັນ​ແລະ ກັນ.

    ສ່ວນ​ທ່ານ ພົນ​ຈັດ​ຕະ​ວາ ຄຳ​ຫອມ ​ແສງ​ບົວ​ລົມ ຫວັງ​ວ່າ, ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ດີງາມ​ກ່ວາ​ອີກ ​ແລະ ລາວ ຍາມ​ໃດ​ກໍ່​ສະໜັບສະໜູນ ຫວຽດນາມ ​ໃນ​ທຸກໆ​ຂົງ​ເຂດທີ່​ເວທີ​ສາກົນ, ​ເພື່ອ​ນຳ​ສາຍ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ດີງາມ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ