ກອງປະຊຸມ ASEAN SOM ແລະ JCM ກະກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 30

ກອງປະຊຸມ ASEAN SOM ແລະ JCM ກະກຽມໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 30 - ảnh 1
(ພາບ: baoquocte.vn)

(vovworld) - ​ແຕ່​ວັນ​ທີ 15-16/3, ຢູ່ ນະ​ຄອນຫຼວງ​ມາ​ນີ​ລາ, ​ປະ​ເທດຟີ​ລິບ​ປີນ, ​ໄດ້ດຳ​ເນີນ​ກອງ​ປະ​ຊຸມບັນ​ດາ​ເຈົ້າ​ໜ້າ​ທີ​່ ​ອາ​ວຸ​ໂສ ອາ​​ຊຽນ (ASEAN SOM) ແລະ ກອງ​ປະ​ຊຸ​ມ​ທາບ​ທາມ​ຄຳ​ເຫັນ​ລວມ​ ອາ​​ຊຽນ (JCM). ​ທ່ານ ຫງວຽນ​ກວກຢູງ ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ, ຫົວ​ໜ້າ SOM ASEAN  ຫວຽດ​ນາມ, ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

        ບັນ​ດາ​ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້​ໄດ້​ກວດ​ກາ ແລະ ສຳ​ເລັດ​ລາຍ​ການ​ເຄື່ອນ​ໄຫວ, ​ໂຄງ​ການ​ດຳ​ເນີນ​ງານ ແລະ ບັນ​ຊີ​ລາຍ​ຊື່​ບັນ​ດາ​ເອກ​ສານ​ທີ່ຈະ​ໄດ້​ຍື່ນ​ສະ​ເໜີ ​ຕໍ່ກອງ​ປະ​ຊຸມ​ຂັ້ນ​ສູງ​ອາ​ຊ​ຽນ ຄັ້ງ​ທີ 30, ​ເຊິ່ງ​ຈະ​ຈັດ​ຕັ້ງ​​ໃນ​ລະ​ຫວ່າງ​ວັນ​ທີ 26-29/​4/2017 ຢູ່ ​ມາ​ນີ​ລາ, ຟີ​ລິບ​ປີນ, ຮັບ​ຮອງ​ເອົາ. ຄາດ​ຄະ​ເນ​ວ່າ, ການ​ນຳ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ຈະ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ສາ​ກົນ ແລະ ພາກ​ພື້ນ, ຄວາມ​ຄືບ​ໜ້າ​ໃນ​ການກໍ່​ສ້າງ​ ​ປະ​ຊາ​ຄົມ ອາ​​ຊຽນ, ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ, ​ການກຳ​ນົດ​ທິດ​​ຮ່ວມ​ມື ກໍ່​ຄື ບັນດາ​ບັນ​ຫາ​​​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​​ໃຈ​ອື່ນ.

        ໃນ​​ການແລກ​ປ່ຽນ​ກ່ຽວ​ກັບ​​ບັນ​ດາການຜັນແປ​ໃໝ່ໃນ​ພາກ​ພື້ນ, ບັນ​ດາ ເຈົ້າ​ໜ້າ​ທີ່​ ຂັ້ນ​ສູງ​ອາ​ຊຽນ ​ໄດ້​ປຶກ​ສາ​ຫ​າລືກ່ຽວ​ກັບ​ວິ​ວັດ​ທະ​ນາ​​ການສ້າງກົດ​ແຫ່ງ​ການ​ປະພຶດ​ຂອງ​ບັນ​ດາ​ຝ່າຍ​​ຢູ່ທະ​ເລ​ຕາ​ເ​ວັນ​ອອກ (COC). ຕາມນັ້ນ​ແລ້ວ, ບັນ​ດາປະ​ເທດ​​ເຫັນ​ດີ​ເປັນເອກ​ະ​​ພາບ​ເນັ້ນ​ໜັກ​ເຖິງຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ຂອງເລື່ອງ​​ເຊີດ​ຊູ ແລະ ຮັກ​ສາ​​ຄວາມສາ​ມັກ​ຄີ, ບົດ​ບາດ​​ໃຈ​ກາງ ກໍ່​ຄື ​ວິ​ທີ​​ການ​ຂອງອາ​ຊຽນ​ໃນ​ການ​ກໍ່​ສ້າງ COC; ພ້ອມ​ທັງ​ສືບ​ຕໍ່​ຍູ້​ແຮງ ທາບ​ທາມ​ຄຳ​ເຫັນ ກັບ ຈີນ, ກ່ອນ​ອື່ນ​ໝົດ​​ແມ່ນຕ້ອງສູ້​ຊົນ​​ໃຫ້ສຳ​ເລັດ​ກອບ​ນິ​ຕິ​ກຳ COC​ ໃນປີ 2017. ໃນ​ວິ​ວັດ​​ທະ​ນາການ​ນີ້, ບັນ​ດາ​ປະ​ເທດ​ຢືນ​ຢັນ​ວ່າ​ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ ຖະແຫຼງການວ່າ​ດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະ​ເລ​ຕາ​ເ​ວັນ​ອອກ (DOC) ຢ່າງ​​​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການສ້າງ ຄວາມໄວ້ເນື້ອເຊື່ອໃຈ ແລະ ​ສະ​ກັດ​ກັ້ນການ​ປະ​ທະ​ກັນ.

         ​ຄຽງ​ຂ້າງນັ້ນ, ໃນ​​ຂອບ​ເຂດກອງ​ປະ​ຊຸມ, ບັນ​ດາ​ເຈົ້າ​ໜ້າ​ທີ​່ ​​ອາ​ວຸ​ໂສ​ອາ​ຊຽ​ນ SOM ແລະ ບັນ​ດາ ເຈົ້າ​ໜ້າ​ທີ​່ ​​ອາ​ວຸ​ໂສ​​ເສດ​ຖະ​ກິດອາ​ຊຽ​ນ (SEOM)  ​ໄດ້ແລກ​ປ່ຽນ ຫຼາຍ​​ເນື້ອ​ໃນ​​ຂຶ້ນ​ກັບ​ຂອບ​​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຄື: ສຳຫຼວດກວດກາຄືນ​ຄວາມຄືບໜ້າ​ໃນ​ການຜັນ​ຂະ​ຫຍາຍ​ບັນ​ດາແຜນ​ການ​ ສັງ​ລວມ ສ້າງ​ປະ​ຊາ​ຄົມ​, ຮັດແຄບ​ຊ່ອງ​ຫວ່າງການພັດ​ທະ​ນາ, ເພີ່ມ​ທະ​ວີການເຊື່ອມ​ຕໍ່​ກໍ່​ຄື​ວິ​ທີ​ການປັບ​ປຸງກົງ​ຈັກ, ກົນ​ໄກ​ການ​ເຄື່ອນ​ໄຫວ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ ​​ໃນການ​ສົມ​ທົບ​ກັນ​ລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳ​ປະ​ຊາ​ຄົມ.

ຂ່າວ/ບົດ​ອື່ນ