ກອງ​ປະ​ຊຸມ COP 25: ເລຂາ​ທິ​ການ​ໃຫ​ຍ່ ສປ​ຊ ​ກ່າວ​ເຕືອນ​ວິ​ກິດ​ການດ້ານ​ອາກ​າດ​ພວມ​ນາບ​ຂູ່ ພື້ນ​ຖານອະ​ລິ​ຍະ​ທຳ​

(VOVWORLD) -ພິທີໄຂກອງປະຊຸມຄັ້ງທີ 25 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ໄດ້ດຳເນີນແຕ່ວັນທີ 2 ທັນວາ ຢູ່ນະຄອນຫຼວງ Madrid ຂອງ ແອດສປາຍ
ກອງ​ປະ​ຊຸມ COP 25: ເລຂາ​ທິ​ການ​ໃຫ​ຍ່ ສປ​ຊ ​ກ່າວ​ເຕືອນ​ວິ​ກິດ​ການດ້ານ​ອາກ​າດ​ພວມ​ນາບ​ຂູ່ ພື້ນ​ຖານອະ​ລິ​ຍະ​ທຳ​ - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ (ພາບ: TTXVN)

ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຊີ້ແຈ້ງວ່າ: ເມື່ອປະເຊີນໜ້າກັບສະພາບປ່ຽນແປງຂອງດິນຟ້າອາກາດທີ່ພວມນາບຂູ່ເຖິງ ພື້ນຖານອະລິຍະທຳ, ມະນຸດຕ້ອງເລືອກເອົາລະຫວ່າງ ຄວາມຫວັງ ແລະ ຍອມແພ້. ການປ່ຽນແປງຂອງດິນຟ້າອາກາດຈະທຳລາຍສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນທັງໝົດໃນໂລກນີ້.

        ໃນຂະນະນັ້ນ, ທ່ານນາງ Nancy Pelosi ປະທານສະພາຕ່ຳ ອາເມລິກາ ໄດ້ຢັ້ງຢືນວ່າ ອາເມລິກາຍັງເຂົ້າຮ່ວມສົນທິສັນຍານີ້ ແລະ ເນັ້ນໜັກວ່າ ການປ່ຽນແປງຂອງດິນຟ້າອາກາດຈະກໍ່ໄພນາບຂູ່ເຖິງສຸຂະພາບຂອງປະຊາຄົມ, ເສດຖະກິດ ແລະ ຄວາມໝັ້ນຄົງແຫ່ງຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ