ກອງປະຊຸມຄັ້ງທີ 17 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ


 ກອງປະຊຸມຄັ້ງທີ 17 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ - ảnh 1
ກອງປະຊຸມຄັ້ງທີ 17 ກຳມາທິການປ້ອງກັນຊາດ ປ້ອງກັນ ຄວາມສະຫງົບ ສະ​ພາ​ແຫ່ງ​ຊາດຫວຽດ​ນາມ

(vovworld)- ທີ່ກອງ​ປະ​ຊຸມ​ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 18/5 ຢູ່​ຮ່າ​ໂນ້ຍ, ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ກວດ​ກາ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່ ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​ປີ 2014 ແລະ ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015. ບັນ​ດາ​ຜູ້​ແທນ​ໄດ້​ເຫັນ​ດີ​ໂດຍ​ພື້ນ​ຖານ​ກັບ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​, ພ້ອມ​ທັງ​ສະ​ເໜີ​ວ່າ ນັ​ບ​ແຕ່ນີ້​ຫາ​ທ້າຍ​ປີ, ລັດ​ຖະ​ບານ​ຄວນ​ຕັ້ງ​ໜ້າ​ຊີ້​ນຳ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດກວ່າ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ຄວາມ​ປອດ​ໄພ​ຄົມ​ມະ​ນາ​ຄົມ​.

ຂ່າວ/ບົດ​ອື່ນ