ກອງປະຊຸມຄັ້ງທີ 3 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018)

(VOVWORLD) - ພາຍຫຼັງໄດ້ຮັບຟັງບັນດາອະນຸກຳມະການ ແລະ ຄະນະເລຂາລາຍງານສະພາບການຜັນຂະຫຍາຍວຽກງານກະກຽມໃຫ້ກອງປະຊຸມ, ຫົວໜ້າຄະນະຈັດຕັ້ງ, ຮອງລັດຖະມົນຕີ ບູ່ຍແທັງເຊີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ

        ຕອນບ່າຍວັນທີ 6 ກໍລະກົດ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 3 ຂອງຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018) ໂດຍທ່ານ ບູ່ຍແທັງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງກອງປະຊຸມກຽມ ເພື່ອກວດກາຄືນ, ກະຕຸກຊຸກຍູ້ວຽກງານກະກຽມໃຫ້ກອງປະຊຸມ WEF ASEAN.

        ທີ່ກອງປະຊຸມ, ພາຍຫຼັງໄດ້ຮັບຟັງບັນດາອະນຸກຳມະການ ແລະ ຄະນະເລຂາລາຍງານສະພາບການຜັນຂະຫຍາຍວຽກງານກະກຽມໃຫ້ກອງປະຊຸມ, ຫົວໜ້າຄະນະຈັດຕັ້ງ, ຮອງລັດຖະມົນຕີ ບູ່ຍແທັງເຊີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ ແລະ ຄະນະເລຂາ ໃນໄລຍະຜ່ານມາ, ພິເສດແມ່ນການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ຂອງທ່ານ Borge Brende, ປະທານ WEF ແຕ່ວັນທີ 26 – 28 ມິຖຸນາ 2018 ຜ່ານມາ, 2 ຝ່າຍບັນລຸໄດ້ຜົນງານລະອຽດຫຼາຍຢ່າງ, ໄດ້ເປັນເອກະສັນໂດຍພື້ນຖານບັນດາບັນຫາສຳຄັນກ່ຽວຂ້ອງເຖິງວຽກງານການຈັດຕັ້ງ.

        ກອງປະຊຸມ WEF ASEAN 2018 ຈະຈັດຕັ້ງແຕ່ວັນທີ 11 – 13 ກັນຍາ 2018 ຢູ່ສູນປະຊຸມແຫ່ງຊາດດ້ວຍຫົວຂໍ້ “ອາຊຽນ 4.0: ນ້ຳໃຈຂອງວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4.”

ຕອບກັບ

ຂ່າວ/ບົດ​ອື່ນ