ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມຄັ້ງທີ27

ກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມຄັ້ງທີ27 - ảnh 1
ກອງ​ປະຊຸມ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຄັ້ງ​ທີ 27
(ພາບ: BaoAnh)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/03, ຢູ່​ຮ່າໂນ້ຍ, ​ໄດ້ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຄັ້ງ​ທີ 27. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸ​ມ​ໃສ່​ປຶກສາ​ຫາລື, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ໝາກຜົນ​​ງານ​ປີ 2015 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ, ຍົກ​ອອກ​​ຂໍ້​ສະ​ເໜີຫລາຍ​ຢ່າງ ​ເພື່ອ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ. ​ໃນ​ໄລຍະ​ຜ່ານ​ມາ​​ໄດ່ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່ຕື່ມ​ອີກ​ໃຫ້​ຊາວ​ໜຸ່​ມ 1,6 ລ້ານ​ຄົນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ ນັກ​ສຶກສາ​ຫາ​ກໍ​ຈົບມະຫາວິທະຍາ​ໄລ ຍັງ​ປະສົມ​ຄວາມ​ຫຍຸ້ງຍາກ​ໃນ​ການຊອກຫາ​ວຽກ​ເຮັດ​ງານ​ທຳ. ບັນດາ​ຜູ້​ແທນ​ຖື​ວ່າ: ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຄວນ​ສົມທົບກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ຮູບ​ແບບທີ່​ດີ​ກ່ຽວ​ກັບ​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​​ໃຫ້​ຊາວ​ໜຸ່ມ. ທ່ານ ຫງວຽນ​ຈ້ອງ​ດ່າມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຖື​ວ່າ:

        “ປະຈຸ​ບັນມີ​ການປັບປຸງ​ຫລາຍ​ຢ່າງ​ໃນ​ການ​ສຳຜັດ​ການ​ສຶກສາ​ການ​ເຊື່ອມ​ຕົວທີ່​ດີ​ແລ້ວ ​ແຕ່​ອັດຕາສ່ວນ​ຜູ້​ໄປ​ຮຽນ​ວິຊາ​ຊີບ ​ແລະ ລະດັບຄວາມ​ຮູ້​ສູງ​ກ່ວາ ​ແມ່ນຍັງ​ປະສົມ​ກັບ​ຄວາມ​ຫຍຸ້ງຍາກ ​​ຍ້ອນການ​ສຳຜັດ​ຍາກຢູ່. ປະຈຸ​ບັນພວກ​ເຮົາ​ຈັດ​ຕັ້ງ​ການ​ຮຽນ​ວິຊາ​ຊີບ​ຕາມ​ແບບ​ທົ່ວ​​ໄປ, ບໍ່​ມີ​ການ​ໜູນ​ຊ່ວຍ​ຢ່າງລະອຽດ. ພວກ​ເຮົາ​ຄວນ​ຕີ​ລາຄາ​​ເລິກ  ບັນຫາ​ສອນ​ວິຊາ​ຊີບ​ເວົ້າ​ລວມ ​ໃນ​ນັ້ນ​ມີ​ບັນຫາ​ສອນ​ວິຊາ​ຊີບ, ອັນ​ໃດ​ໄດ້ດີ, ອັນ​ໃດ​ຍັງ​ບໍ່​ທັນ​ໄດ້, ອັນ​ໃດ​ຍັງ​ຂ້າງ​ຄາ, ບັນຫາ​ຂຶ້ນ​ກັບ​ກະຊວງ, ຂະ​ແໜງ​ການ​ໃດ ​ແມ່ນ​ສົ່ງຂໍ້​ສະ​ເໜີ​ແນະ​ໃຫ້​ກະຊວງ, ຂະ​ແໜງ​ການ​ນັ້ນ ​ເພື່ອ​​ແກ້​ໄຂ”.

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ່ສະ​ເໜີ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽນ​ດາມ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ ​ເພື່ອ​ເປັນເສນາ​ທິການ​ໃຫ້​ລັດຖະບານ ສຳ​ເລັດ​ການ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ຊາວ​ໜຸ່ມ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ