ກອ​ງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ​ຄັ້ງ​ທຳ​ອິດລະ​ຫວ່າງ​ມະ​ນຸດ​ ກັບ ຫຸ່ນ​ຍົນ: ເພື່ອ​ໂລກ​ທີ່​ສວຍ​ງາມກວ່າ

(VOVWORLD) -  ບັນດາຫຸ່ນຍົນປັນຍາປະດິດ (AI) ລ້ວນແຕ່ຢັ້ງຢືນວ່າ ຈະບໍ່ມີແນວຄວາມຄິດຕ້ານຄືນມະນຸດ, ກໍຄື ບໍ່ຍາດຊີງເອົາວຽກເຮັດງານທຳຂອງບໍ່ວ່າຜູ້ໃດ  - ອາດຈະເປັນຄຳຕອບທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ໃນກອງປະຊຸມຖະແຫຼງຂ່າວ.

ເປັນຄັ້ງທຳອິດໃນໂລກ ທີ່ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວລະຫວ່າງມະນຸດ ແລະ ຫຸ່ນຍົນ . ເຫດການພິເສດນີ້ ແມ່ນສ່ວນໜຶ່ງຂອງເວທີປາໄສໝູນໃຊ້ປັນຍາປະດິດ AI for Good Global Summit” ຢູ່ ສະວິດ. ນະທີ່ນີ້, ບັນດາຫຸ່ນຍົນ ຈະນຳໃຊ້ຄວາມສາມາດສ້າງເນື້ອໃນໃໝ່ ໂດຍອີງໃສ່ຂໍ້ມູນທີ່ມີຢູ່ແລ້ວ ເພື່ອແກ້ໄຂບາງຂໍ້ຂ້ອງໃຈ ເຊິ່ງມະນຸດໄດ້ຕັ້ງຂຶ້ນ.

        ບັນດາຫຸ່ນຍົນປັນຍາປະດິດ (AI) ລ້ວນແຕ່ຢັ້ງຢືນວ່າ ຈະບໍ່ມີແນວຄວາມຄິດຕ້ານຄືນມະນຸດ, ກໍຄື ບໍ່ຍາດຊີງເອົາວຽກເຮັດງານທຳຂອງບໍ່ວ່າຜູ້ໃດ  - ອາດຈະເປັນຄຳຕອບທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ ໃນກອງປະຊຸມຖະແຫຼງຂ່າວ. ບັນດາຫຸ່ນຍົນທີ່ມີໜ້າໃນກອງປະຊຸມຖະແຫຼງຂ່າວຄັ້ງນີ້ ຍັງສະແດງຄວາມປາດຖະໜາວ່າ ຢາກຊ່ວຍແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ