ກອງປະຊຸມທາບທາມ ຄວາມເຫັນດ້ານ ການເມືອງ ແລະ ການເຈລະຈາຍຸດທະສາດຫວຽດນາມ - ອີນເດຍ ບັນລຸຜົນງານຢ່າງຕັ້ງໜ້າ

ກອງປະຊຸມທາບທາມ ຄວາມເຫັນດ້ານ ການເມືອງ ແລະ ການເຈລະຈາຍຸດທະສາດຫວຽດນາມ - ອີນເດຍ ບັນລຸຜົນງານຢ່າງຕັ້ງໜ້າ - ảnh 1
(ທ່ານ​ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ)

(vovworld) - ຕອນ​ບ່າຍ​ວັນ​ທີ 17/04, ພາຍຫຼັງ​ອັດ​ກອງ​ປະ​ຊຸມ​ທາ​ບທາມຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 6 ​ແລະ ການ​ເຈລະຈາ​ຍຸດ​ທະ​ສາດ​ການ​ທູດ​ຄັ້ງ​ທີ 3 ລະຫວ່າງ​ຫວຽດນາມ - ອີນ​ເດຍ ຢູ່ New Delhi, ​ເມື່ອ​ຕອບ​ສຳພາດຕໍ່​ສື່​ມວນ​ຊົນ, ທ່ານ​ຮອງ​ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ທີ່ດຳ​ເນີນ​ໄປ​ໃນວັນ​ທີ 16 ​ແລະ 17/04, ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງຕັ້ງໜ້າ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງຢ່າງຮອບດ້ານ. 2 ຝ່າຍ​ໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບສະ​ເໜີ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ລະອຽດ ​ເພື່ອ​​​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດຫວຽດນາມ - ອີນ​ເດຍ ​ໃນ 5 ​ເ​ສົ້າຄ້ຳຕົ້ນ​ຕໍ​ນັ້ນ​ແມ່ນ ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ ​- ເຕັກ​ໂນ​ໂລ​ຊີ ​ແລະ ວັດທະນະທຳ - ການ​ສຶກສາ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, 2 ຝ່າຍ​ເຫັນ​ດີ​ສົມທົບ​ກັນ​ກະ​ກຽມ​ໃຫ້ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ​ອີນ​ເດຍ Pranab Mukherjee ມາຫວຽດນາມ (ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເຄິ່ງທ້າຍ​ປີ 2014), ສູ້ຊົນ​ລົງ​ນາມ​​​ໃນເອກະສານ​ຮ່ວມ​ມື​ສຳຄັນ​ຫຼາຍສະບັບ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້.

        2 ຝ່າຍ​ກໍ່​ເຫັນ​ດີ​ຈະ​ຈັດ​ກອງ​ປະຊຸມ​​ເຈລະຈາຍຸດ​ທະ​ສາດຄັ້ງ​ທີ 4 ​ແລະ ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ 7 ຢູ່​ຫວຽດນາມ ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ