ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງAPECຄັ້ງທີ່ໜຶ່ງແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຕັ້ງຢູ່ຍາຈາງ

ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງAPECຄັ້ງທີ່ໜຶ່ງແລະບັນດາກອງປະຊຸມທີ່ກ່ຽວຂ້ອງຈັດຕັ້ງຢູ່ຍາຈາງ - ảnh 1
ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊ​ີນ

(vovworld) - ກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 1 (SOM 1) ແລະ ບັນ​ດາກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​​ນະ​ຄອນຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ແຕ່​ວັນ​ທີ 18/2 ຫາ​ວັນ​ທີ 3/3/2017. ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ, ຄາດ​ວ່າ​ມີ​ຜູ້​ແທນ​ປະ​ມານ 1.500 ທ່ານ​ທີ່​ມາ​ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ, ຜູ້​ຕາງ​ໜ້າ​ສະ​ພາ​ຮ່ວມ​ມື​ເສດ​ຖະ​ກິດ ປາ​ຊີ​ຟິກ, ສະ​ພາ​ທີ່​ປຶ​ກ​ສາ​ວິ​ສາ​ຫະ​ກິດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດອາ​ຊີ - ປາ​ຊີ​ຟິກ ແລະ ບາງ​ອົງ​ການ​ສາ​ກົນ ແລະ​ ພາກ​ພື້ນ​ອື່ນໆ​, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບາງວິ​ສາ​ຫະ​ກິດ. ນີ້​ແມ່ນກອງ​ປະ​ຊຸມ​ສັງ​ລວມ​ທຳ​ອິດ​ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ ໃນ​ປີ 2017. ດ້ວຍ​ຫົວ​ຂໍ້​ວ່າ “ສ້າງ​ກຳ​ລັງ​ໜູນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະ​ນາ​ຄົດ​ຮ່ວມ”, ທີ່ກອ​ງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ ຈະ​ໄດ້​ແລກ​ປ່ຽນ, ເປັນ​ເອ​ກະ​ສັນ​ກັນ​ບັນ​ດາ​ບຸ​ລິ​ມະ​ສິດ​ ແລະ ​ເນື້ອ​ໃນບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ການ​ຮ່ວມ​ມື ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ​ໃນ​ປີ 2017 ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ​ກວມ​ລວມ ແລະ ປະ​ດິດ​ຄິດ​ສ້າງ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ, ນ້ອຍ ແລະ ນ້ອຍຫຼາຍ​ໃນ​ສັງ​ກະ​ລາດ​ດີ​ຈີ​ຕອ​ນ, ເພີ່ມ​ທະ​ວີ​ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບູ່ຍ​ແທງ​ເຊ​ີນ, ປະ​ທານກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ ປີ 2017 ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ ເວ​ທີ​ປ​າ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກ​ິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 1 (SOM 1) ແລະ ກອງ​ປະ​ຊຸມ​ກຸ່ມ​ບັນ​ດາ​ເພື່ອນ​ມິດ​ຂອງ​ປະ​ທານ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່.


ຂ່າວ/ບົດ​ອື່ນ