ກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 10

ກອງປະຊຸມບໍ່ເປັນທາງການຜູ້ບັນຊາການກຳລັງປ້ອງກັນປະເທດບັນດາປະເທດ ອາຊຽນ ຄັ້ງທີ 10 - ảnh 1
ພົນ​ໂທ ຫງວຽນ​ບ໋າ​ຕິ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ກອງທັບ​ປະຊາຊົນ ຫວຽດນາມເຂົ້າ​ຮ່ວມ ACDFIM - 10
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ​ການ​ທະຫານ - ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ປີ 2013, ຕອນ​ເຊົ້າ​ວັນ​ທີ 18/3, ພົນ​ໂທ ຫງວຽນ​ບ໋າ​ຕິ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ​ເສນາ​ທິການ​ໃຫຍ່​ກອງ​ທັບ​ປະຊາຊົນ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນ​ສູງ ກອງທັບ​ປະຊາຊົນ ຫວຽດນາມ ​​ໄດ້​ເດີນ​ອອກ​ຈາກ ຮ່າ​ໂນ້ຍ ​​​ໄປເຂົ້າ​ຮ່ວມກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຜູ້​ບັນຊາ​ການ​ກຳລັງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 10 (ຫຼື ACDFIM - 10) ຢູ່​ບຮູ​ໄນ ​ແຕ່​ວັນ​ທີ 19 -21/3/2013. ທີ່​ກອງ​ປະຊຸມ, ຄະນະ​ຜູ້​ແທນ ຫວຽດນາມ ຈະ​ປະກອບ​ຄຳ​ເຫັນ ກ່ຽວ​ກັບ​ບົດຮຽນ ຂອງ​ກອງທັບ​ໃນ​ວຽກ​ງານ​ພັດທະນາ​ເສນາ​ຮັກ, ປະກອບສ່ວນ​ຍົກ​ສູງ​ສຸຂະພາບ​ປະຊາຊົນ, ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ, ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ແລະ ກູ້​ຊ່ວຍ​ໄພພິບັດ. ຜ່ານ​ກອງ​ປະຊຸມ ​ໄດ້​ຢັ້ງຢືນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫັນ​ເປັນ​ຫຼາຍຮູບຫຼາຍ​ແບບ, ມີ​ແຜນ​ນະ​ໂຍບາຍຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຂອງ ຫວຽດນາມ, ການ​ຕໍ່ສູ້​ປົກ​ປ້ອງ​ສິດຜົນ​ປະ​ໂຫຍດຂອງ​ປະ​ເທດ​ຊາດ ​ແລະ ຊົນ​ຊາດ, ສະ​ແດງ ​ເຈດ​ຕະນາ​ດີ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ກອງທັບ ຫວຽດນາມ ກັບ ກອງທັບ​ບັນ​ດາ​ປະ​ເທດ ອາ​ຊຽນ, ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ສາກົນ, ສືບ​ຕໍ່​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ທີ່​ມີ​ຕໍ່ ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

 

 

ຂ່າວ/ບົດ​ອື່ນ