ກອງປະຊຸມປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວຄັ້ງທີ 4

(VOVWORLD) -ກອງປະຊຸມປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວຄັ້ງທີ 4 ໄດ້ຖືກຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 6 ທັນວ່າ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ
ກອງປະຊຸມປຶກສາຫາລືປະຈຳປີຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວຄັ້ງທີ 4 - ảnh 1     ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ  ສະເຫຼີມໄຊ ກົມມະສິດ         

ທີ່ກອງປະຊຸມປຶກສາຫາລື, ລັດຖະມົນຕີທັງ 2 ທ່ານ ໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມື 2 ຝ່າຍ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍສະແດງຄວາມພາກພູມໃຈຕໍ່ໝາກຜົນແຫ່ງການພັດທະນາສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ. ລັດຖະມົນຕີທັງ 2 ທ່ານຢືນຢັນຈະຊີ້ນຳ 2 ກະຊວງການຕ່າງປະເທດ ສືບຕໍ່ສົມທົບກັນຊຸກຍູ້ບັນດາກະຊວງ, ຂະແໜງການຂອງ 2 ປະເທດຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ, ຮັບໃຊ້ບັນດາການຢ້ຽມຢາມຂັ້ນສູງ ແລະ ເຫດການທີ່ສຳຄັນລະຫວ່າງ 2 ປະເທດ.

     ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ແລກປ່ຽນເອກະສານດ້ານກົດໝາຍທີ່ສຳຄັນກ່ຽວກັບຊາຍແດນ 2 ປະເທດ, ນັ້ນແມ່ນອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນຫວຽດນາມ-ລາວ, ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຫວຽດນາມ-ລາວ ທີ່ມີຜົນສັກສິດນັບແຕ່ວັນທີ 5 ກັນຍາປີ 2017 ເປັນຕົ້ນໄປ. 

ຕອບກັບ

ຂ່າວ/ບົດ​ອື່ນ