ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດສະຫຼຸບວຽກງານຂອງກະຊວງອຸດສາຫະກຳ-ການຄ້າ


ກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດສະຫຼຸບວຽກງານຂອງກະຊວງອຸດສາຫະກຳ-ການຄ້າ - ảnh 1
ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ​ຕອນ​ເຊົ້າວັນ​ທີ 6/1, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເຂົ​້າຮ່ວມກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິ​ນເຕີ​ເນັດສະຫຼຸບ​ວຽກ​ງານ​ ​ ປີ 2016 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ວຽກ​ງານ​ຂອງ​ຂະ​ແໜງອຸດ​ສາ​ຫະ​ກຳ-ການ​ຄ້າປີ 2017. ທີ່ກອງ​ປະ​ຊຸມ, ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກໄດ້ຕີ​ລາ​ຄາ​ສູງ​ເລື່ອງ​ກະ​ຊວງ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ສ້າງ​ໂຄງ​ປະ​ກອບ​ກົງ​ຈັກ​ຂອງ​ກະ​ຊວງ​ຄືນ​ໃໝ່​ຕາມ​ທິດ​ຫັນ​ເປັນ​ກະ​ທັດ​ລັດ ແລະ ມີ​ປະ​ສິດ​ທິ​ຜົນ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ​ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ນຳ​ຂະ​ແໜງ​ອຸດ​ສາ​ຫ​ະ​ກຳ-ການ​ຄ້າ​ຕ້ອງ​ກຳ​ນົດ​ວິ​ໄສ​ທັດ​ພັດ​ທະ​ນາ. ທ່ານ​ນາຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ :

    “ ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຕ້ອງຫຼຸດ​ຜ່ອນ​ການ​ອາ​ໄສ​ທ່າ​ໄດ້​ປຽບ​ແບບບໍ່​ຍືນ​ຍົງ ແລະ ອີງ​ໃສ່​ຊ​ັບ​ພະ​ຍາ​ກອນທຳ​ມະ​ຊາດ​ຄື ນ້ຳ​ມັນ​ດິບ, ຖ່ານ​ຫີນ, ແຮ່​ໂລ​ຫະ. ພ້ອມ​ກັນ​ນັ້ນ ຕ້ອງ​ຫັນ​ປ່ຽນ​ຈາກ​ພື້ນ​ຖານ​ອຸດ​ສາ​ຫະ​ກຳຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ໄປ​ສູ່​ພື້ນ​ຖ​ານ​ອຸດ​ສາ​ຫະ​ກຳ​ປະ​ດິດ​ຄິດ​ສ້າງ, ຖື​ເອົາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ເປັນ​ກຳ​ລັງ​ຫນູນ ແລະ ພື້​ນ​ຖານ​ແກ່ງ​ແຍ້ງ ”
ຂ່າວ/ບົດ​ອື່ນ