ກອງປະຊຸມລັດຖະມົນຕີການຕ່າງປະເທດ NATO ຈະປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ປະເທດພັນທະມິດຈະປຶກສາຫາລືກ່ຽວກັບຄຳນິຍາມຍຸດທະສາດໃໝ່ຂອງ NATO, ຊ່ວຍກຳນົດທິດໃຫ້ສຳພັນທະມິດ ເພື່ອຮັບມືກັບສະພາບຕົວຈິງຂອງຄວາມໝັ້ນຄົງທົ່ວໂລກໃໝ່.
ກອງປະຊຸມລັດຖະມົນຕີການຕ່າງປະເທດ NATO ຈະປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1NATO ໄດ້ດຳເນີນໃນລະຫວ່າງວັນທີ 06 – 07 ເມສາ ຢູ່ ບຣຸກແຊນ
(ພາບປະກອບ: AFP/TTXVN)

ກອງປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ ອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO) ໄດ້ດຳເນີນໃນລະຫວ່າງວັນທີ 06 – 07 ເມສາ ຢູ່ ບຣຸກແຊນ ເພື່ອແນໃສ່ປຶກສາຫາລືມາດຕະການຫຼຸດຜ່ອນຄວາມເຄັ່ງຕຶງຕໍ່ການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ ແລະ ຢູແກຼນ.

        ທີ່ກອງປະຊຸມຖະແຫຼງຂ່າວກ່ອນຈັດກອງປະຊຸມໃນວັນທີ 05 ເມສາ, ຢູ່ສຳນັກງານຂອງສຳພັນທະມິດການທະຫານ ທີ່ ບຣຸກແຊນ, ທ່ານເລຂາທິການໃຫຍ່ NATO, Jens Stoltenberg ໃຫ້ຮູ້ວ່າ, ປະເທດພັນທະມິດຈະປຶກສາຫາລືກ່ຽວກັບຄຳນິຍາມຍຸດທະສາດໃໝ່ຂອງ NATO, ຊ່ວຍກຳນົດທິດໃຫ້ສຳພັນທະມິດ ເພື່ອຮັບມືກັບສະພາບຕົວຈິງຂອງຄວາມໝັ້ນຄົງທົ່ວໂລກໃໝ່. ເອກະສານດັ່ງກ່າວໄດ້ເຕື້ອງເຖິງຈຸດປະສົງຂອງສຳພັນທະມິດ ແຕ່ຍັງບໍ່ທັນໄດ້ດັດປັບນັບແຕ່ປີ 2010 ມານີ້ ແລະ ຄາດວ່າຈະ ອັບເດດທີ່ກອງປະຊຸມສຸດຍອດ NATO ຢູ່ Madrid (ແອັດສະປາຍ) ໃນເດືອນ ມີຖຸນາ ຈະມາເຖິງ. ເອກະສານໃໝ່ຈະຕ້ອງແກ້ໄຂສະພາບພູມສາດການເມືອງໃໝ່ພາຍຫຼັງບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ.

        ພ້ອມກັນນັ້ນ, ບັນດາລັດຖະມົນຕີການຕ່າງປະເທດຈະປຶກສາຫາລື ແລະ ຮັບຮອງເອົາກົດລະບຽບຂໍ້ກຳນົດກ່ຽວກັບຂໍ້ລິເລີ່ມຈັກເລັ່ງນະວັດຕະກຳປ້ອງກັນປະເທດ ໃຫ້ພາກພື້ນມະຫາສະໝຸດອັດລັງຕິກເໜືອ (DIANA) ຊ່ວຍຊຸກຍູ້ການປ່ຽນແປງໃໝ່ຂ້າມມະຫາສະໝຸດອັດລັງຕິກ.

ຕອບກັບ

ຂ່າວ/ບົດ​ອື່ນ