ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - EU ບັນ​ລຸໝາກ​ຜົນ​​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ

(VOVWORLD) -ຕອນບ່າຍວັນທີ 6 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະພາບເອີລົບ (EU)ແບບທາງໄກ. 
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - EU ບັນ​ລຸໝາກ​ຜົນ​​ທີ່​ຕັ້ງ​ໜ້າຫຼາຍ​ຢ່າງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວຕໍ່ໄປໃນຂອບເຂດບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ບັນດາປະເທດໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ອາຊຽນ ແລະ EU ຍົກການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ, ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືບົນພື້ນຖານແບ່ງປັນບັນດາຄຸນຄ່າ, ຫຼັກການ ແລະ ຜົນປະໂຫຍດລວມ ຢ່າງແຮງ, ຍົກສູງການຮ່ວມມືຫຼາຍຝ່າຍ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ອາຊຽນ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງ EU ແມ່ນຈັດຕັ້ງກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງ 45 ປີແຫ່ງການພົວພັນລະຫວ່າງ ສອງ ຝ່າຍຢູ່ ແບນຊິກ ໃນປີ 2022.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ໄດ້ຢັ້ງຢືນຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - EU, ການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ການເຊື່ອມຕໍ່ພາກພື້ນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ເລື່ອງ EU ສວມບົດບາດສຳຄັນແຖວໜ້າໃນບັນດາຄວາມມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19 ໃນທົ່ວໂລກ.

ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ຈົ່ງອົດກັ້ນບໍ່ປະຕິບັດບັນດາການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເພີ່ມການຂັດແຍ້ງກັນຫຼືກໍ່ຜົນເສຍຫາຍຕໍ່ສະພາບແວດລ້ອມທາງທະເລ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ທີ່ສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ