ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ - ảnh 1
ກອງປະຊຸມລັດຖະມົນຕີການຕ່າງປະເທດ
ຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

(vovworld) - ວັນ​ທີ 24/07, ນອກ​​ປະຊຸມມື້​ທຳ​ອິດ​ຂ​ອງກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະມາຄົມ​ປະຊາ​ຊາດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຄັ້ງ​ທີ 49 (AMM - 49) ຢູ່ ວຽງ​ຈັນ, ປະ​ເທດ ລາວ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປ​ະເທດ​ຮ່ວມ​ມື​ແມ່​ນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາ ຄັ້ງທີ 7 ​​ໄດ້​ຈັກ​ຕັ້ງ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສະ​ເລີ​ມ​ໄຊ ກົມມະ​ສິດ. ທ່ານ​ຮອງນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກອງ​ປະຊຸມ​ສຳ​ຫລວດ​ກວດຄືນ​ສະພາບ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາ ​ໃນ​ໄລຍະ​ນັບ​ແຕ່​ປີ 2012 ມາ​ຮອດ​ປະຈຸ​ບັນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ບັນດາ​ທ່ານລັດຖະມົນຕີ​​ຊົມ​ເຊີຍ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື ​ແມ່​ນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາ, ພົ້ນ​ເດັ່ນ​ແມ່ນ​ໂຄງການ​ຫໍພິພິທະ​ພັນຕ່ຳ​ແຜ່ນ​ຕັດຫຍິບ​ທີ່​ເປັນມູນ​ເຊື້ອ​ອາຊີ ຢູ່ ກຳປູ​ເຈຍ ​ແລະ ​ໂຄງການ​ທຶນ​ສຶກສາ MGC ​ດ້ວຍ 900 ກ່ວາ​ທຶນໄດ້​ສະໜອງ​ໃຫ້​ບັນດາ​ປະ​ເທດ​ຄື: ກຳປູ​ເຈຍ, ລາວ, ມຽນມາ ​ແລະ ຫວຽດນາມ.

        ກອງ​ປະຊຸ​ມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ​ແລະ ​ແຜນການ​ດ​ຳ​ເນີນ​ງານ ​ແມ່ນນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາ​ໄລຍະ 2016 – 2018, ພ້ອມ​ທັງ​ເປັນ​ດີ​ເປັນ​ເອກະ​ພາບ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຮ່ວມ​ມື​ແມ່​ນ້ຳຂອງ - ​ແມ່​ນ້ຳ​ຄົງ​ຄາຄັ້ງ​ທີ 8 ຢູ່ ຟີ​ລີບ​ປິນ ​ໃນ​.

 

 

ຂ່າວ/ບົດ​ອື່ນ