ກອງປະຊຸມວຽກງານກໍ່ສ້າງຄຸ້ມຄອງຄົມມະນາຄົມຊົນນະບົດ

ກອງປະຊຸມວຽກງານກໍ່ສ້າງຄຸ້ມຄອງຄົມມະນາຄົມຊົນນະບົດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ
ພາບ:vov

(vovworld)- ຕອນ​ເຊົ້າ​ວັນ​ທີ 6/7, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ 5 ປີ​ແຫ່ງວຽກ​ງານກໍ່​ສ້າງ, ຄຸ້ມ​ຄອງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ ຕິດ​ພັນ​ກັບ​ຈຸດ​ໝາຍກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ຜັນ​ຂະ​ຫຍາຍ​ທິດ​ທາງ​ຫນ້າ​ທີ່​ໄລ​ຍະ 2016-2020. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫວູ​ວັນ​ນີງ ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ໄດ້​ເນັ້ນ​ຫນັກ​ວ່າ ເພື່ອ​ສືບ​ຕໍ່​ປະ​ຕິ​ບັດ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ​ໃຫ້​ໄລ​ຍະ​ຕໍ່​ໄປ ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ລະ​ດົມ​ແຫລ່ງ​ກຳ​ລັງ​ຂອງ​ສູນ​ກາງ, ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ພ້ອມ​ກັນເຂົ້າ​ຮ່ວມ. ບັນ​ດາ​ເຂດ​ທຸກ​ຍາກ​ຕ້ອງ​ລະ​ດົມ​ງົບ​ປະ​ມານ​ເປັນ​ຕົ້ນ, ຫ້າມ​ລະ​ດົມ​ການ​ປະ​ກອບ​ສ່ວນ​ຈາກ​ຜູ້​ທຸກ​ຍາກ.

ຂ່າວ/ບົດ​ອື່ນ