ກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19
ກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 19  - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19 (ພາບ: ນັກຂ່າວ VOV ປະຈໍາ ຫວຽດນາມ)

ໂດຍສືບຕໍ່ລາຍການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ວັນທີ 22 ມິຖຸນາ, ຢູ່ບາງກອກ, ປະເທດໄທ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມດ້ວຍລັດຖະມົນຕີບັນດາປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້້ນຄົງ ອາຊຽນ ຄັ້ງທີ 19 (APSC – 19) ແລະ ກອງປະຊຸມສະພາປະສານງານ ອາຊຽນ ຄັ້ງທີີ 23 (ACC – 23) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34. ກ່າວຄໍາເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຫັນດີ ເປັນເອກະພາບຄວນດໍາເນີນວຽກງານຕີລາຄາກາງອາຍຸການ ກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍແຜນການສັງລວມບັນດາເສົາຄໍ້າຂອງປະຊາຄົມໂດຍໄວ, ໃນນັ້ນ ມີີປະຊາຄົມການເມືອງ - ຄວາມໝັ້ນຄົງ, ກໍານົດບັນດາສິ່ງທີ່ຄົງຄ້າງ ແລະ ວາງອອກບັນດາມາດຕະການແກ້ໄຂໃຫ້ເໝາະສົມ ແລະ ທັນການ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ເນັ້ນໜັກວ່າ ຕໍ່ໜ້າບັນດາຜົນກະທົບຈາກຄວາມເຄັ່ງຕຶງດ້ານການຄ້າລະຫວ່າງບັນດາປະເທດໃຫຍ່, ການປະຕິວັດອຸດສາຫະກໍາ 4.0 ນັ້ນ, ອາຊຽນ ຄວນຍູ້ແຮງວິວັດທະນາການຮ່ວມສໍາພັນເສດຖະກິດໃຫ້ຫຼາຍກວ່າອີກ, ປະຕິບັດສໍາເລັດການເຈລະຈາກ່ຽວກັບສັນຍາ RCEP ໂດຍໄວ, ສືບຕໍ່ລົບລ້າງບັນດາຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ແລະ ຍູ້ແຮງການຮ່ວມມືໃນການຮັບມືໃຫ້ເຂົ້າກັບການປະຕິວັດອຸດສາຫະກໍາ 4.0. ໃນເສົາຄໍ້າການເມືອງ - ຄວາມໝັ້ນຄົງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ສະເໜີ ບັນດາປະເທດສະມາຊິກຈົ່ງສືບຕໍ່ບັນດາຄວາມມານະພະຍາຍາມເຊີດຊູບັນດາຄຸນຄ່າ, ຫຼັກການ ແລະ ມາດຕະຖານໃນການປະພຶດ ທີ່ໄດ້ຮັບຮອງແລ້ວ. ໄປຄຽງຄູ່ກັນນັ້ນ, ອາຊຽນ ຄວນຍູ້ແຮງການເຈລະຈາ, ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງ ແລະ ຮັບຮອງເອົາບັນດາມາດຕະຖານກ່ຽວກັບການປະພຶດໃນນັ້ນມີກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ແລະ ສືບຕໍ່ຮັກສາບົດບາດເປັນໃຈກາງ ແລະ ທີ່ຕັ້ງນໍາໜ້າຂອງ ອາຊຽນ ໃນບັນດາວິວັດທະນາການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ.  

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ