ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 42 ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ 2

(VOVWORLD) -ທີ່ວາລະປະຊຸມຂອງ ກຳມາທິການເສດຖະກິດ ໄດ້ປຶກສາຫາລື 2 ຫົວຂໍ້ກ່ຽວກັບ: ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ອາຊຽນ ຜ່ານການຊຸກຍູ້ການຫັນບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເປັນດີຈີຕອນ ແລະ ຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດໂຄວິດ - 19: ການຮ່ວມມືໃນການທ່ອງທ່ຽວຢູ່ ອາຊຽນ.
ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 42 ກ້າວ​ເຂົ້າ​ສູ່​ມື້​ເຮັດ​ວຽກ​ທີ 2 - ảnh 1ກອງປະຊຸມກຳມາທິການການເມືອງ ຢູ່ສະຖານທີ່ຖ່າຍທອດສົດ ຮ່າໂນ້ຍ (ພາບ: TTXVN)

ໂດຍສືບຕໍ່ລາຍການຂອງກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 42, ວັນທີ 24 ສິງຫາ, ໄດ້ດຳເນີນກອງປະຊຸມຂອງ ກຳມາທິການການເມືອງ, ກຳມາທິການເສດຖະກິດ ແລະ ກຳມາທິການສັງຄົມ. ວາລະປະຊຸມຂອງກຳມາທິການການເມືອງ ໄດ້ປຶກສາຫາລືກ່ຽວກັບ 3 ຫົວຂໍ້ນັ້ນແມ່ນ: ເພີ່ມທະວີຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ປົກປ້ອງຂໍ້ມູນຕາມທິດ ອິນເຕີແນັດ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນອາຊຽນ, ຊຸກຍູ້ຄວາມໝັ້ນຄົງມະນຸດ ໃນຂົງເຂດດີຈີຕອນ ກວມລວມ ໃຫ້ແກ່ ອາຊຽນ ແລະ ເພີ່ມທະວີການທູດລັດຖະສະພາມຸ່ງໄປເຖິງປະຊາຄົມ ອາຊຽນ. ຄະນະສະມາຊິກສະພາແຫ່ງຊາດອິນໂດເນເຊຍ ໄດ້ເພີ່ມເຕີມຫົວຂໍ້ໂດຍດ່ວນ ກ່ຽວກັບການໜູນຊ່ວຍຂອງລັດຖະສະພາກ່ຽວກັບສະພາບການຢູ່ ມຽນມາ. ທີ່ກອງປະຊຸມດັ່ງກ່າວ, ຄະນະຫວຽດນາມ ໄດ້ສະເໜີເພີ່ມທະວີການຮ່ວມມືລັດຖະສະພາ, ແລກປ່ຽນຄະນະຜູ້ແທນໃນການສ້າງນະໂຍບາຍໃຫ້ສຳເລັດຜົນ, ຕິດຕາມການຜັນຂະຫຍາຍນະໂຍບາຍເຕັກໂນໂລຢີ ແລະ ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ບັນດາໄພນາບຂູ່ຕໍ່ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະ ບັນດາມາດຕະການເຕັກນິກເພື່ອຕ້ານຄືນໂລກລະບາດໂຄວິດ - 19.

ທີ່ວາລະປະຊຸມຂອງ ກຳມາທິການເສດຖະກິດ ໄດ້ປຶກສາຫາລື 2 ຫົວຂໍ້ກ່ຽວກັບ: ເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ ອາຊຽນ ຜ່ານການຊຸກຍູ້ການຫັນບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງເປັນດີຈີຕອນ ແລະ ຟື້ນຟູເສດຖະກິດໄລຍະຫຼັງໂລກລະບາດໂຄວິດ - 19: ການຮ່ວມມືໃນການທ່ອງທ່ຽວຢູ່ ອາຊຽນ.

ທີ່ວາວະປະຊຸມຂອງ ກຳມາທິການສັງຄົມໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້: ເພີ່ມທະວີການຮ່ວມມື ແລະ ຍູ້ແຮງດີຈີຕອນ ກວມລວມ ເພື່ອຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ນຳບັນດາເປົ້າໝາຍພັດທະນາແບບຍືນຍົງໃນທົ່ວໂລກ ເພື່ອປະຕິບັດຢູ່ລະດັບຊາດຢ່າງມີປະສິດທິຜົນ, ບົດບາດຂອງເຕັກໂນໂລຢີໃນການສ້າງຄວາມສະດວກໃຫ້ແກ່ປະຊາຊົນເຂົ້າຮ່ວມການເລືອກຕັ້ງຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ