ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ”

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 20 ປີ ແຫ່ງວັນຮ່າໂນ້ຍ ໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ” ຈາກອົງການ ຢູແນັດໂກ (1999 – 2019), ຕອນບ່າຍວັນທີ 13 ກໍລະກົດ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່່າ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ”.
ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ” - ảnh 1ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ” (ພາບ: TTXVN)

ທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ທົບທວນຄືນບັນດາຜົນງານທີ່ບັນລຸໄດ້ ພາຍຫຼັງໄລຍະ 20 ປີ ແຫ່ງວັນຮ່າໂນ້ຍໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ”. ທ່ານ ມາຍຟານຢຸ໋ງ, ຫົວໜ້າກົມວັດທະນະທໍາ ພົວພັນຕ່າງປະເທດ ແລະ ຢູແນັດໂກ ສັງກັດກະຊວງການຕ່າງປະເທດ, ເນັ້ນໜັກວ່າ:

        “ຮ່າໂນ້ຍ ໄດ້ຂ້າມຜ່ານ 70 ຕົວເມືອງອອກສະໝັກເລືອກຕັ້ງ ເພື່ອຄັດເລືອກ ແມ່ນ 1 ໃນ 5 ນະຄອນຕາງໜ້າໃຫ້ແກ່ 5 ທະວີບ ໄດ້ຮັບນາມມະຍົດເປັນນະຄອນແຫ່ງສັນຕິພາບ ຈາກ ຢູແນັດໂກ. ນີ້ແມ່ນການຮັບຮອງຂອງປະຊາຄົມສາກົນ ດ້ວຍບັນດາການປະກອບສ່ວນສໍາຄັນຂອງ ຮ່າໂນ້ຍເຂົ້າໃນການສ້າງພື້ນຖານວັດທະນະທໍາສັນຕິພາບ ຜ່ານບັນດາຄວາມມານະພະຍາຍາມປ່ຽນແປງໃໝ່, ວິທີສໍາຜັດວັດທະນະທໍາມະນຸດໃນການແກ້ໄຂບັນດາບັນຫາຫັນເປັນຕົວເມືອງ, ບັນດາບັນຫາສັງຄົມ ກໍຄື ການປົວແປງຊີວິດການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນ. ນີ້ກໍແມ່ນພະຍານຫຼັກຖານຈະແຈ້ງໃຫ້ແກ່ເລື່ອງ ນະຄອນຕາງໜ້າໃຫ້ປະເທດຫວຽດນາມ ຍາມໃດກໍເຄົາລົບຄຸນຄ່າຂອງສັນຕິພາບ ແລະ ມານະພະຍາຍາມເສີມສ້າງເພື່ອສັນຕິພາບ”.

        ທີ່ກອງປະຊຸມສໍາມະນາ, ຜູ້ແທນພາຍໃນປະເທດ ແລະ ສາກົນຫຼາຍທ່ານ ກໍໄດ້ປະກອບຄໍາເຫັນ ເພື່ອແນໃສ່ແກ້ໄຂບັນດາບັນຫາໃນວິວັດການຫັນເປັນຕົວເມືອງ ແລະ ບັນດາບັນຫາສັງຄົມ. ພ້ອມທັງ, ຕັ້ງໜ້າແນະນໍາ, ໂຄສະນາກ່ຽວກັບວັດທະນະທໍາ, ປະຊາຊົນ ແລະ ນະຄອນຮ່າໂນ້ຍ ທີ່ປະດິດຄິດສ້າງ, ອັດສະລິຍະ, ຂຽວ, ສະອາດ ແລະ ສວຍງາມ.

ກອງປະຊຸມສໍາມະນາ “ຮ່າໂນ້ຍ - ນະຄອນແຫ່ງສັນຕິພາບ, 20 ປີ ແຫ່ງການເຊື່ອມໂຍງ ແລະ ພັດທະນາ” - ảnh 2 ງານບຸນ Carnival ທ້ອງຖະໜົນ ຮ່າໂນ້ຍ (ພາບ: VOV)

        ນອກຈາກນັ້ນ, ຕອນເຊົ້າວັນທີ 14 ກໍລະກົດ, ທີ່ຖະໜົນຍ່າງອ້ອມໜອງຮວ່າມກ໊ຽມ ຮ່າໂນ້ຍ, ກໍໄດ້ດໍາເນີນງານບຸນ Carnival ທ້ອງຖະໜົນ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງນັກສິລະປິນສາກົນ ແລະ ຫວຽດນາມ ທີ່ເປັນມືອາຊີບຫຼາຍຄົນ ເພື່ອສະເຫຼີມສະຫຼອງວັນຮ່າໂນ້ຍ ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ” ຄົບຮອບ 20 ປີ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ