ກອງປະຊຸມສຳມະນາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ບັນດາກາລະໂອກາດຮ່ວມມືໃນພາກພື້ນ

(VOVWORLD) - ຕອນເຊົ້າວັນທີ 18 ມີນາ, ທີ່ຮ່າໂນ້ຍ, ສະຖາບັນການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຈີນ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ບັນດາກາລະໂອກາດຮ່ວມມືໃນພາກພື້ນ”. 

ກອງປະຊຸມສຳມະນານອນໃນຂອບເຂດບັນດາການເຄື່ອນໄຫວຕອບສະໜອງສັບປະດາການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC)  ດຳເນີນໃນທ້າຍເດືອນ ມີນາ ແຕ່ລະປີ.

        ທີ່ກອງປະຊຸມປຶກສາຫາລື, ບັນດານັກປາຖະກະຖາ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ສະເໜີ ແລະ ປຶກສາຫາລືກ່ຽວກັບບັນດາແງ່ມູມແຕກຕ່າງກັນຂອງ MLC ຄື: ການຮ່ວມມືເສດຖະກິດ, ແຫຼ່ງນ້ຳ, ກໍ່ສ້າງພື້ນຖານໂຄງລ່າງ, ພົວພັນແລກປ່ຽນປະຊາຊົນ. ບັນດານັກປາຖະກະຖາຖືວ່າ: ເລື່ອງສ້າງ ແລະ ຜັນຂະຫຍາຍ MLC ມີຄວາມສະດວກຫລາຍຢ່າງ ຍ້ອນພາກພື້ນແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ເຕົ້າໂຮມບັນດາກົນໄກຮ່ວມມືພັດທະນາ, ມີພື້ຶ້ນຖານກ່ຽວກັບຂໍ້ມູນຂ່າວສານ, ການຄົ້ນຄວ້າ, ການຮ່ວມມືໃນຫລາຍຂົງເຂດ. ເລື່ອງຍົກສູງປະສິດທິຜົນແຫ່ງການຮ່ວມມື MLC ໃນບັນດາຂົງເຂດດັ່ງກ່າວ ໄດ້ຮັບຄວາມຫວັງວ່າ ຈະເປີດບັນດາກາລະໂອກາດການຮ່ວມມື, ພັດທະນາເສດຖະກິດແບບຍືນຍົງຢູ່ພາກພື້ນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ