ກອງປະຊຸມສຳມະນາກ່ຽວກັບຄວາມສາມາດການສຳຜັດຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ

(VOVWORLD) - ໃນຂອບເຂດສັບປະດາກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດກາງ ແລະ ນ້ອຍ APEC 2017 ຢູ່ນະຄອນ ໂຮ່ຈີມິນ, 
ກອງປະຊຸມສຳມະນາກ່ຽວກັບຄວາມສາມາດການສຳຜັດຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ - ảnh 1 ບັນດາຜູ້ແທນປຶກສາຫາລືກ່ຽວກັບການສຳຜັດກັບຂະແໜງເສດຖະກິດດີຈີຕອນ

ຕອນເຊົ້າວັນທີ 12 ກັນຍາ, ໄດ້ດຳເນີນກອງປະຊຸມສຳມະນາເສດຖະກິດດີຈີຕອນໃນພາກພື້ນ APEC. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນປຶກສາຫາລືກ່ຽວກັບການສຳຜັດກັບຂະແໜງເສດຖະກິດດີຈີຕອນ, ສິ່ງໃດພວມແມ່ນສິ່ງທ້າທາຍ. ນອກນັ້ນ, ບັນດາຜູ້ແທນ ຍັງປຶກສາຫາລືກ່ຽວກັບເລື່ອງສ້າງຄວາມຮູ້ດ້ານເຕັກໂນໂລຊີ, ລະດັບຄວາມຮູ້ເຂົ້າໃຈກ່ຽວກັບເຕັກໂນໂລຊີທັນສະໄໝໃນ APEC, ບັນດາກໍລະນີພົ້ນເດັ່ນກ່ຽວກັບຂໍ້ລິເລີ່ມໄດ້ປະສົບຜົນສຳເລັດໃນການເລີ່ມເຄື່ອນໄຫວ ແລະ ຊຸກຍູ້ການພັດທະນາຂອງເນື້ອໃນ, ບໍລິການ, ການໝູນໃຊ້…ທ່ານ Brian Scarpelli ທີ່ປຶກສາຂັ້ນສູງຂອງສະຫະສະມາຄົມບັນດາບໍລິສັດເຕັກໂນໂລຊີຂໍ້ມູນຂ່າວ, ຊອບແວ ອາເມລິກາ ແບ່ງປັນວ່າ:
“ຂ້າພະເຈົ້າຄິດວ່າ ນັບແຕ່ກອງປະຊຸມສຳມະນານີ້ ພື້ນຖານເສດຖະກິດຄື ຫວຽດນາມ ສາມາດຖອດຖອນໄດ້ຫລາຍຢ່າງຄື: ບົດຮຽນຂອງບັນດາຊອບແວໂທລະສັບມືຖື, ຈາກນັ້ນ ສ້າງກາລະໂອກາດທີ່ສາມາດປະຕິບັດບັນດາຜະລິດຕະພັນໄດ້ຄື: iOS, Google Play…ຈາກນັ້ນ ຫວຽດນາມ ສາມາດພັດທະນາບັນດາຂະແໜງເຕັກໂນໂລຊີນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ