ກອງປະຊຸມສຳມະນາມະຫາສະໝຸດ ອິນເດຍ ຄັ້ງທີ 3 ດ້ວຍຫົວຂໍ້ “ສ້າງໂຄງປະກອບພາກພື້ນ”

(VOVWORLD) - ໂດຍເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ, ກອງປະຊຸມສຳມະນາ ມະຫາສະໝຸດ ອິນເດຍ ຄັ້ງທີ 3 ໄດ້ຝາກຄວາມຫວັງວ່າຈະຊຸກຍູ້ການຮ່ວມມືຍຸດທະສາດ...
ກອງປະຊຸມສຳມະນາມະຫາສະໝຸດ ອິນເດຍ ຄັ້ງທີ 3 ດ້ວຍຫົວຂໍ້ “ສ້າງໂຄງປະກອບພາກພື້ນ” - ảnh 1ການປະຊຸມຂ່າວໃນວັນທີ 21 ສິງຫາ

ກອງປະຊຸມສຳມະນາ ມະຫາສະໝຸດ ອິນເດຍ ຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ການສ້າງໂຄງປະກອບພາກພື້ນ” ຄາດວ່າຈະຈັດຕັ້ງໃນວັນທີ 27 – 28 ສິງຫາ ຢູ່ຮ່າໂນ້ຍ. ນີ້ແມ່ນແຫຼ່ງຂ່າວທີ່ໄດ້ປະກາດຢູ່ການປະຊຸມຖະແຫຼງຂ່າວໃນວັນທີ 21 ສິງຫາ, ໂດຍສະຖາບັນການຕ່າງປະເທດ ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ແລະ ກອງທຶນ ອິນເດຍ Foundation ຈັດຕັ້ງຂຶ້ນ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວ, ທ່ານ ຫງວຽນຫວູຕູ່ງ, ຜູ້ອຳນວຍການສະຖາບັນການຕ່າງປະເທດ ເນັ້ນໜັກວ່າ: ໂດຍເປັນຄັ້ງທຳອິດທີ່ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ, ກອງປະຊຸມສຳມະນາ ມະຫາສະໝຸດ ອິນເດຍ ຄັ້ງທີ 3 ໄດ້ຝາກຄວາມຫວັງວ່າຈະຊຸກຍູ້ການຮ່ວມມືຍຸດທະສາດ ແລະ ການຄ້າລະຫວ່າງບັນດາປະເທດ, ປັບປຸງໂຄງປະກອບຄວາມໝັ້ນຄົງ ແລະ ການບໍລິຫານ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ລັກສະນະເຊື່ອມຕໍ່ໃນພາກພື້ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາປະເທດເຂົ້າໃຈແຈ້ງກ່ວາກ່ຽວກັບຄວາມສຳຄັນ ແລະ ທີ່ຕັ້ງບົດບາດຍຸດທະສາດຂອງມະຫາສະໝຸດ ອິນເດຍ ໃນແຜນທີ່ໂລກ. ທ່ານ ຫງວຽນຫວູຕູ່ງ, ໃຫ້ຮູ້ວ່າ:

        “ຫົວຂໍ້ຂອງໂຄງປະກອບພາກພື້ນຈະໄດ້ຮັບການປຶກສາຫາລື 3 ຄັ້ງທີ່ກອງປະຊຸມຫົວເລື່ອງສະເພາະທີ່ຈະມາເຖິງ. ບັນດາຫົວເລື່ອງສະເພາະນີ້, ພວກຂ້າພະເຈົ້າໄດ້ທາບທາມຄວາມເຫັນຈາກສະພາເຕັກນິກກໍ່ຄືທາບທາມຄວາມເຫັນຂອງບັນດານັກວາງນະໂຍບາຍຂອງບັນດາປະເທດອື່ນໆ.”

ຕອບກັບ

ຂ່າວ/ບົດ​ອື່ນ