ກະ​ຊວງການ​ຕ່າງ​ປະ​ເທດຖະ​ແຫຼງ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ ຫວຽດ​ນາມ ໃນ​ເຫດ​ດິນ​ເຊາະ​ເຈື່ອນ​ຢູ່ ແຂວງ ຄຳ​ມ່ວນ

(VOVWORLD) - ຕອນບ່າຍວັນທີ 14 ສິງຫາ ຜ່ານມາ, ໄດ້ກວດພົບສາກສົບຂອງຊາຍຜູ້ໜຶ່ງ. ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງເຖິງລາວ ເພື່ອເຮັດລະບຽບການຊ່ວຍເຫຼືອ ແລະ ແຈ້ງໃຫ້ຄອບຄົວຜູ້ກ່ຽວຮັບຊາບ.
ກະ​ຊວງການ​ຕ່າງ​ປະ​ເທດຖະ​ແຫຼງ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ​ພົນ​ລະ​ເມືອງ ຫວຽດ​ນາມ ໃນ​ເຫດ​ດິນ​ເຊາະ​ເຈື່ອນ​ຢູ່ ແຂວງ ຄຳ​ມ່ວນ - ảnh 1ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ  (ພາບ: TTXVN)

ຕອນບ່າຍວັນທີ 17 ສິງຫາ, ໃນການຖະແຫຼງຂ່າວນັດສາມັນ ກະຊວງການຕ່າງປະເທດ ຫວຽດນາມ, ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມ 45 ຄົນ ທີ່ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນ ຢູ່ແຂວງ ຄຳມ່ວນ ໃນວັນທີ 4 ສິງຫາ ຜ່ານມາ. ຕາມທ່ານນາງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັ່ງ ແລ້ວ ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດກິນເຊາະເຈື່ອນ, ຄໍາສັ່ງຊີ້ນຳຈາກການນຳກະຊວງການຕ່າງປະເທດ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ສະຫວັນນະເຂດ ໄດ້ເປັນເຈົ້າການ ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງລາວ ເພື່ອຊອກຫາພົນລະເມືອງ ຫວຽດນາມ. ໂດຍໄດ້ຮູ້ມາວ່າ, ຕອນບ່າຍວັນທີ 14 ສິງຫາ ຜ່ານມາ, ໄດ້ກວດພົບສາກສົບຂອງຊາຍຜູ້ໜຶ່ງ. ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງເຖິງລາວ ເພື່ອເຮັດລະບຽບການຊ່ວຍເຫຼືອ ແລະ ແຈ້ງໃຫ້ຄອບຄົວຜູ້ກ່ຽວຮັບຊາບ. ເນື່ອງໃນໂອກາດນີ້, ກະຊວງການຕ່າງປະເທດ ກໍໄດ້ສົ່ງຄຳແບ່ງເປົາຄວາມເສົ້າສະຫຼົດໃຈເຖິງຄອບຄົວຜູ້ກ່ຽວ ກໍຄືຜູ້ປະສົບເຄາະຮ້າຍ, ຖືກຜົນເສຍຫາຍໃນເຫດດິນເຊາະເຈື່ອນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ