ກະຊວງປ້ອງກັນປະເທດລາວສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອທະຫານອາສາສະໝັກຫວຽດນາມຊ່ວຍລາວ

ກະຊວງປ້ອງກັນປະເທດລາວສະເຫຼີມສະຫຼອງ65ປີແຫ່ງວັນມູນເຊື້ອທະຫານອາສາສະໝັກຫວຽດນາມຊ່ວຍລາວ - ảnh 1
ພິ​ທີຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ປະ​ຫວັດ​ຂອງ​ການ​ພົວ​ພັນ​ທີ່​ເປັນ​ມ​ູນ​ເຊື້​ອລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ

(vovworld) – ​​​ເນື່ອງ​ໃນ​ໂອ​ກາດ​ 65 ປີ​ແຫ່ງວັນ​ມູນ​ເຊື້ອ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ຊ່ວຍ​ລາວ (30/10/1949 – 30/10/2014), ຕອນ​ເຊົ້າ​ວັນ​ທີ 30/10 ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ, ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ຈັດ​ຕັ້ງ​ງານ​ຊຸມ​ນຸມ​ມິດ​ຕິງສະ​ເຫຼີມ​ສະຫຼອງ ແລະ ວາງ​ສະ​ແດງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ. ນະ​ທີ່ນີ້, ພົນຕີ ສຸ​ວອນ ເລືອງ​ບຸນ​ມີ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຫົວ​ໜ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ລາວ, ເນັ້ນ​ໜັກ​ວ່າ: ກຳ​ລັງ​ປະ​ກອບ​ອາ​ວຸດ ລາວ ຄວນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ສຳ​ພັນ​ທະ​ມິດ​ສູ້​ຮົບ​ຂອງ​ຄົນ​ລຸ້ນ​ກ່ອນ, ສືບ​ຕໍ່​ເດີນ​ຕາມ​ລຸ້ນ​ພໍ່​ລຸ້ນ​ອ້າຍ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີກັບ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ສະ​ພາບ​ການ​ໃໝ່. ບັນ​ດາ​ກົມ​ກອງ​ຂຶ້ນ​ກັບ​ກຳ​ລັງ​ປະ​ກອບອ​າ​ວຸດ​ຄວນ​ຕັ້ງ​ໜ້າ​ໂຄ​ສະ​ນາ​ເຜີຍ​ແຜ່, ສຶກ​ສາ​​ອົບ​ຮົມມູນ​ເຊື້ອ​​ປະ​ຫວັດ​ສາດ​ກ່ຽວ​ກັບ​ສາຍ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ພະ​ນັກ​ງານ, ນັກ​ຮົບ​ລຸ້ນ​ຕ່າງໆ.

        ເນື່ອງ​ໃນ​ໂອ​ກາດນີ້, ທີ່​ສູນ​ວາງ​ສະ​ແດງ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ປະ​ຫວັດ​​ສ​າດ​ແຫ່ງ​ການ​ພົວ​ພັນ​ທີ່​ເປັນ​ມ​ູນ​ເຊື້​ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ ຜ່ານ​ໄລ​ຍະ​ຕ່າງໆ.



ຂ່າວ/ບົດ​ອື່ນ