ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ AstraZeneca ຫວຽດ​ນາມ ຮ່ວມ​ມື​ກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແບບ​ຍືນ​ຍົງ

(VOVWORLD) -AstraZeneca ພວມນຳໜ້າໃນຈຳນວນບັນດາບໍລິສັດຫຸ້ນສ່ວນຢຸກຢາສາກົນທີ່ຜັນຂະຫຍາຍການຄົ້ນຄ້ວາທົດລອງຕໍ່ຄົນຢູ່ ຫວຽດນາມ, ດ້ວຍ ໂຄງການຄົ້ນຄ້ວາເກືອບ 60 ໂຄງການທີ່ພວມໄດ້ຮັບການປະຕິບັດຢູ່ໂຮງໝໍກ່ວາ 50 ແຫ່ງດ້ວຍການເຂົ້າຮ່ວມຂອງຄົນເຈັບ ກ່ວາ 4000 ຄົນ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ AstraZeneca ຫວຽດ​ນາມ ຮ່ວມ​ມື​ກໍ່​ສ້າງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ແບບ​ຍືນ​ຍົງ - ảnh 1ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງກະຊວງສາທາລະນະສຸກ ແລະ  AstraZeneca ຫວຽດນາມ
(ພາບ: Vietnam+)

ວັນທີ 8 ມີນາ, ຢູ່ຮາໂນ້ຍ, ໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳການໃຈຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະ AstraZeneca ຫວຽດນາມ ໃນ ໄລຍະ 5 ປີ (ແຕ່ປີ 2023 ຫາ ປີ 2028), ໃນຂົງເຂດປ້ອງກັນ ແລະ ຄວບຄຸມພະຍາດ, ຄົ້ນຄ້ວາ, ພັດທະນາ, ຜະລິດຢຸກຢາ ແລະ ພັດທະນາລະບົບສາທາລະນະສຸກແບບຍືນຍົງ. ບັນດາໂຄງການຮ່ວມມືລວມມີ: ໂຄງການ: “ເພື່ອປອດທີ່ແຂງແຮງ” ແນໃສ່ປັບປຸງການບົ່ງມະຕິພະຍາດ, ກວດປິ່ນປົວ ແລະ ຄວບຄຸມພະຍາດ ຫອບຫືບ ແລະ ມະເຮັງປອດ, ລາຍການ “ສຸຂະພາບຊາວໜຸ່ມເຍົາວະຊົນຊ່ວຍໄວໜຸ່ມສ້າງການດຳລົງຊີວິດທີ່ປອດໄພ, ປ້ອງກັນຕ້ານພະຍາດຕິດແປດໂດຍໄວ, ລາຍການ CareMe - ເບິ່ງແຍງດູແລຕົນເອງ ເພື່ອແນໃສ່ປັບປຸງລະບົບນິເວດການເບິ່ງແຍງດູແລສຸຂະພາບ ລະບົບຫົວໃຈ - ໝາກໄຂ່ຫຼັງ - ລະບົບຫັນປ່ຽນແປງໃນຮ່າງກາຍ”, ລາຍການຮ່ວມມືເພື່ອລັກສະນະຍືນຍົງ ແລະ ຄວາມສາມາດຕ້ານທານຂອງລະບົບສາທາລະນະສຸກ ຫວຽດນາມ ໄລຍະທີ 2, ການຮ່ວມມືເພີ່ມທະວີຄວາມສາມາດໃນລະບົບຄົ້ນຄ້ວາທົດລອງຕໍ່ຄົນຢູ່ ຫວຽດນາມ.

ປັດຈຸບັນ, AstraZeneca ພວມນຳໜ້າໃນຈຳນວນບັນດາບໍລິສັດຫຸ້ນສ່ວນຢຸກຢາສາກົນທີ່ຜັນຂະຫຍາຍການຄົ້ນຄ້ວາທົດລອງຕໍ່ຄົນຢູ່ ຫວຽດນາມ, ດ້ວຍ ໂຄງການຄົ້ນຄ້ວາເກືອບ 60 ໂຄງການທີ່ພວມໄດ້ຮັບການປະຕິບັດຢູ່ໂຮງໝໍກ່ວາ 50 ແຫ່ງດ້ວຍການເຂົ້າຮ່ວມຂອງຄົນເຈັບ ກ່ວາ 4000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ