ການທູດປັບປຸງຍຸດທະສາດ,ສະພາບແວດລ້ອມຄວາມໝັ້ນຄົງ,ພັດທະນາປະເທດຊາດ

ການທູດປັບປຸງຍຸດທະສາດ,ສະພາບແວດລ້ອມຄວາມໝັ້ນຄົງ,ພັດທະນາປະເທດຊາດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) – ​​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 29 ພວມ​​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ການ​ນຳ​ຫຼາຍ​ກະຊວງ, ຂະ​ແໜງ​ການ​ໄດ້​ແບ່ງປັນ​ຄຳ​ເຫັນ, ທັດສະນະ​ກ່ຽວຂ້ອງ​ເຖິງ​ບົດບາດ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ການ​ສ້າງ​ບັນດາ​ບາດກ້າວ​ບຸກທະລຸ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ແລະ ສ້າງສະພາບ​ແວ​ດລ້ອມ​​ແຫ່ງຄວາມ​ໝັ້ນຄົງ ສັນຕິພາບ, ສະຖຽນລະ​ພາບ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ​ໃນ​ສານ​ທີ່​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີ​ນ, ປະທານ​ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ເນັ້ນ​ໜັກ​ວ່າ​ຂະ​ແໜງ​ການຕ່າງປະ​ເທດ​ອາດ​ຈະປະກອບ​ສ່ວນຫຼາຍ​ກ່ວາ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້ຍືນ​ຍົງ​ໃນ 10 ປີ​ຈະ​ມາ​ເຖິງ, ພິ​ເສດ​ຈະ​ສ້າງ​ການ​ຫັນປ່ຽນ​ມີ​ລັກສະ​ນະ​ບຸກທະລຸ​ໃນ​ການ​ດຶງ​ດູດ​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ສະ​ເໜີ​ວ່າ:

        “ລັດຖະບານ​ຄວນ​ສ້າງ​ຕັ້ງ​ໜ່ວຍ​ປະຕິບັດ​ງານ​ລະຫວ່າງ​ຂະ​ແໜງ​ການເພື່ອ​ຕິດຕາມ 4 ອົງການ​ຄື​ກະຊວງ​ການ​ຕ່າງປະ​ເທດ​, ກະຊວງ​​ແຜນການ​ ​ແລະ ການ​ລົງທຶນ, ກະຊວງອຸດສາຫະກຳ ການ​ຄ້າ ​ແລະ ຫ້ອງ​ການ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ກໍ່ສ້າງ​ແຜນການ 5 ປີ ​ແລະ ​ແຕ່ລະ​ປີ. ບົນ​ພື້ນຖານ​ນີ້, ​ແຕ່ລະ​ປີບັນດາ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຮັບ​ຮູ້​ໜ້າ​ທີ່​ຂອງ​ຕົນ​ຢູ່​ພາຍ​ໃນ​ປະ​ເທດ. ສຸດ​ທ້າຍ​ເພື່ອ​ສະ​ເໜີ​ນາຍົກລັດຖະມົນຕີສະຫງວນ​ງົບປະມານ​ທີ່ເໝາະ​ສົມ​ໃຫ້​ແກ່​ການສົ່ງ​ເສີມ​ການ​ລົງທຶນ”

        ​ເພື່ອ​ປະ​ຕິ​ບັດ​ການ​ຍົກ​ສູງ​ພາບ​ພົດ ​ແລະ ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ, ທ່ານ​ຮ່ວາງ​ບີ່​ງກວນ, ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດສູນ​ກາງພັດຖື​ວ່າ:

        “ຈາກ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ການ​​ໃນ​ເວທີ​ສາກົນໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ ​ແລະ ພົ້ນ​ເດັ່ນ. ພວກ​​ເຮົາ​ໄດ້​ປະກອບ​ສ່ວນເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ​ແກ້​ໄຂ​ບັນດາ​ສິ່ງທ້າ​ທາຍ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ຢ່າງ​ສະຫຼາດ​ສ່ອງ​ໄສ ​ແລະ ມີ​ປະສິດທິ​ຜົນ​ໃນ​ສະພາວະ​ໄລຍະ​ຜ່ານ​ມາ, ອາຍຸ​ການ​ຜ່ານ​ມາ​, ສະພາບ​ການ​ພາກ​ພື້ນ ​ແລະ ​ໂລກ​ມີ​ການ​ຜັນ​ແປ​ສົບ​ສົນຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ສະພາບ​ທະ​ເລ​ຕາ​ເວັນ​ອອກ.”


ຂ່າວ/ບົດ​ອື່ນ