ການ​ນຳ ຫວຽດ​ນາມ ອວຍພອນ​ບຸນ​ເຕັດຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) - ໂດຍສືບຕໍ່ການໄປປະຕິບັດງານ, ຢ້ຽມຢາມ, ອວນພອນບຸນເຕັດຢູ່ບັນດາທ້ອງຖິ່ນທາງພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 20 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດທະຫານ ແລະ ປຊຊ ຕາແສງເກາະ ໂຖຈູ, ນະຄອນ ຝູກວັກ, ແຂວງ ກຽນຢາງ ຊື່ງແມ່ນຕາແສງເກາະໄກສຸດທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.
ການ​ນຳ ຫວຽດ​ນາມ ອວຍພອນ​ບຸນ​ເຕັດຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1(ພາບ: ໜັງສືພິມລາວດົ້ງ)

    ທີ່ຕາແສງເກາະ ໂຖຈູ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມກອງພັນໃຫ່ຍ 152, ທະຫານເຂດ 9. ໃນໄລຍະທີ່ຜ່ານມາ, ກອງພັນໃຫ່ຍ 152 ຍາມໃດກໍ່ມານະພະຍາຍາມ ປະຕິບັດໜ້າທີ່ການເມືອງ, ຈຸດສຸມແມ່ນໄດ້ຝືກແອບ, ກຽມພ້ອມການປົກປັກຮັກສາເຂດໝູ່ເກາະຂອງປະເທດຊາດຢ່າງໝັ້ນຄົງໃນທຸກກໍລະນີ. ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈ, ມອບຂອງຂັວນໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ໂຖເຈົາ, ຂຶ້ນກັບທະຫານປ້ອງກັນຊາຍແດນແຂວງ ກຽນຢາງ, ໄປຢ້ຽມຢາມ, ລະດົມກຳລັງໃຈ, ອວນພອນບຸນເຕັດ, ມອບຂອງຂັວນໃຫ້ ປຊຊ ແລະ ນັກຮົບຕາແສງເກາະ ໂຖຈູ.

ການ​ນຳ ຫວຽດ​ນາມ ອວຍພອນ​ບຸນ​ເຕັດຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 2(ພາບ: TTXVN)

       ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ທາຍບິງ, ຕອນເຊົ້າວັນທີ 20 ມັງກອນ, ຢູ່ເຂດອຸດສາຫະກຳ ລຽນຮ່າທາຍ, ເມືອງທາຍທຸ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ໄປຢ້ຽມຢາມ, ອວນພອນບຸນເຕັດ, ມອບຂອງຂວັນໃຫ້ກຳມະກອນ,  ຄອບຄົວນະໂຍບາຍໃນບໍລິເວນເມືອງ. ທີ່ເຂດອຸດສາຫະກຳ ລຽນຮ່າທາຍ, ນອນໃນເຂດເສດຖະກິດ ທາຍບິງ, ເມືອງທາຍທຸ້ຍ, ຊື່ງແມ່ນຮູບແບບດີເດັ່ນ ກ່ຽວກັບການພັດທະນາແບບຍືນຍົງ-ໜ່ວຍປະສົມເຂດອຸດສາຫະກຳ, ຕົວເມືອງ, ການບໍລິການ. ເຂດອຸດສາຫະກຳໄດ້ຮັບການວາງແຜນຜັງ, ອອກແບບ, ລົງທຶນກາຍເປັນເຂດອຸດສາຫະກຳສີຂຽວ, ອັດສະລິຍະຢູ່ແຂວງ ທາຍບິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມອບຂອງຂວັນ 200 ພູດໃຫ້ແກ່ກຳມະກອນ,  ຄອບຄົວນະໂຍບາຍຢູ່ທ້ອງຖິ່ນ.

   ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິນເຫ້ວ ໄດ້ໄປທະຫວາຍທູບທຽນ, ດອກໄມ້, ອາໄລຫາທ່ານປະທານ ໂຮ່ຈີມິນ ຢູ່ວິຫານບູຊາປະທານ ໂຮ່ຈີມິນ ແລະ ອະນຸສາວະລີເພີ່ມ ກັບຊາວກະສິກອນ ຫວຽດນາມ ຢູ່ຕາແສງ ຮ່ວາງຢ້ຽວ, ນະຄອນ ທາຍບິງ.

ການ​ນຳ ຫວຽດ​ນາມ ອວຍພອນ​ບຸນ​ເຕັດຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 3ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ມອບຂອງຂວັນໃຫ້ແກ່ຊາວກະສິກອນ
(ພາບ: VOV)

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະໂລງ 2024, ຕອນຄ່ຳວັນທີ 19 ມັງກອນ, ຢູ່ເຂດອຸດສາຫະກຳ ອຽນຟອງ, ເມືອງ ອຽນຟອງ, ສະຫະພັນແຮງງານແຂວງ ບັກນິງ ໄດ້ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແຫ່ງການແບ່ງປັນ” ຕິດພັນກັບບັນດາການເຄື່ອນໄຫວ “ວັນບຸນກຳມະກອນ - ຕະຫຼາດບຸນເຕັດຂອງກຳມະບານ” ປີ 2024. ທີ່ເຫດການ, ມີກ່ວາ 70 ຮ້ານວາງຂາຍສິນຄ້າ, 9.000 ບັດຊື້ເຄື່ອງລາຄາ 0 ດົ່ງ ໄດ້ມອບໃຫ້ສະມາຊິກອົງການກຳມະບານ 3.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ມອບເງິນເພື່ອສ້າງເຮືອນຢູ່ “ຫຼັງຄາຂອງກຳມະບານ” ໃຫ້ແກ່ສະມາຊິກ 5 ຄົນທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່…

        ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງຊີວິດການເປັນຢູ່ຂອງປະຊາຊົນ, ຜູ້ອອກແຮງງານ, ຖືນີ້ແມ່ນຄວາມຕ້ອງການຮີບດ່ວນ, ໜ້າທີ່ຈຸດສຸມ, ຍຸດທະສາດຂອງວິວັດການພັດທະນາໄວ, ຍືນຍົງຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ບັກນິງ ສືບຕໍ່ເອົາໃຈໃສ່, ມີນະໂຍບາຍໜູນຊ່ວຍ, ສ້າງວຽກເຮັດງານທຳ, ຄອງຊີບໃຫ້ແກ່ຄົນທຸກຍາກ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ມັງກອນ, ຄະນະປະຕິບັດງານຂອງການນຳພັກ, ລັດ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນຫົວໜ້າໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍ, ປະຊາຊົນ ແລະ ສະມາຊິກ, ຊາວກະສິກອນຜູ້ອອກແຮງງານໃນບໍລິເວນແຂວງ ບັກນິງ ເນື່ອງໃນໂອກາດບຸນປີໃໝ່ປີມະໂລງ 2024.

ຕອບກັບ

ຂ່າວ/ບົດ​ອື່ນ