ການນຳ ເຢຍລະມັນ, ລັດເຊຍ ປຶກສາຫາລືກ່ຽວກັບບັນດາບັນຫາເຄັ່ງຮ້ອນໃນໂລກ

(VOVWORLD) - ວັນທີ 22 ເມສາ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19, ມາດຕະການແກ້ໄຂການປະທະກັນຢູ່ ຢູແກຼນ ແລະ ບາງບັນຫາສາກົນອື່ນໆ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ການນຳ ເຢຍລະມັນ, ລັດເຊຍ ປຶກສາຫາລືກ່ຽວກັບບັນດາບັນຫາເຄັ່ງຮ້ອນໃນໂລກ - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel  ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

        ໃນຖະແຫຼງການຮ່ວມໄດ້ຍົກອອກມາພາຍຫລັງການໂອ້ລົມທາງໂທລະສັບ, ການນຳ 2 ທ່ານ ພ້ອມກັນຢັ້ງຢືນເຖິງຄວາມສຳຄັນຂອງການສົມທົບກັນຢ່າງແໜ້ນແຟ້ນໃນບັນດາຄວາມມານະພະຍາຍາມສາກົນໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19 ພ້ອມກັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງອົງການອະນາໄມໂລກ (WHO).

        ແລະກໍ່ໃນການໂອ້ລົມທາງໂທລະສັບ, ທ່ານນາງນາຍົກລັດຖະມົນຕີ Merkel ແລະ ທ່ານປະທານາທິບໍດີ Putin ກໍ່ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການຢູ່ ຊີຣີ ແລະ ລີບີ, ກໍ່ຄືສະພາບການຕະຫລາດນ້ຳມັນ ໂລກໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ