ການນຳກະຊວງຕຳຫຼວດຫວຽດນາມຕ້ອນຮັບຄະນະກົມພິທັກຮັກສາກະຊວງຕຳຫຼວດຈີນ

ການນຳກະຊວງຕຳຫຼວດຫວຽດນາມຕ້ອນຮັບຄະນະກົມພິທັກຮັກສາກະຊວງຕຳຫຼວດຈີນ - ảnh 1
ພົນ​ໂທ ​ໂຕ​​ເລີມ, ລັດຖະມົນຕີ​ຊ່ວ​ຍວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​
ຕ້ອນຮັບ​ຄະນະ​ຜູ້​ແທນກົມພິທັກ​ຮັກສາ​ກະຊວງ​ຕຳຫຼວດ​ຈີນ
(ພາບ: cand.com.vn)


​(vovworld) – ​ຕອນ​ບ່າຍ​ວັນ​ທີ 14/05, ພົນ​ໂທ ​ໂຕ​​ເລີມ, ລັດຖະມົນຕີ​ຊ່ວ​ຍວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນກົມພິທັກ​ຮັກສາ​ກະຊວງ​ຕຳຫຼວດ​ຈີນ ​ໂດຍ​ທ່ານ​ຮອງ​ຫົວ​ໜ້າກົມພິທັກ​ຮັກສາ​ກະຊວງ​ຕຳຫຼວດ​ຈີນ ອີນຈືຊານ ເປັນ​ຫົວ​ໜ້າ​ຄະນະ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ໂທ ​ໂຕ​​ເລີມ ​ໄດ້​ຕີ​ລາຄາ​ສູງ​ບົດຮຽນ​ໃນ​ວຽກ​ງານພິທັກ​ຮັກສາຂອງ​ກະຊວງ​ຕຳຫຼວດຈີນ ​ແລະ ໝາກຜົນ​​ແຫ່ງການ​ຮ່ວມ​ມື, ​ແລກປ່ຽນ​ບົດຮຽນ, ຮໍ່າຮຽນ​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດພິທັກ​ຮັກສາ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ພົນ​ໂທ ​ໂຕ​​ເລີມ ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ຕຳຫຼວດ 2 ປະ​ເທດ​ຈະ​ສືບຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນ​​ໃນ​ການຝຶກ​ອົບຮົມບຳລຸ​ງສ້າງ…

        ທ່ານ​ຮອງ​ຫົວ​ໜ້າກົມພິທັກ​ຮັກສາ​ກະຊວງ​ຕຳຫຼວດ​ຈີນ ອີນຈືຊານ​ ໄດ້​ອວຍພອນ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​​ເຂົ້າ​ໃນ​ການຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ