ການນຳທ້ອງຖິ່ນຕ່າງໆໄປຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສະມາດ

(VOVWORLD) - ການນຳນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ ບັນດາຜົນງານພົ້ນເດັ່ນເຊິ່ງ ຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງ ຮ່າໂນ້ຍ
ການນຳທ້ອງຖິ່ນຕ່າງໆໄປຢ້ຽມຢາມ, ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດເນື່ອງໃນໂອກາດວັນບຸນຄຼິດສະມາດ - ảnh 1ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຢູ່ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ
(ພາບ: VGP/GH)

        ຕອນເຊົ້າວັນທີ 22 ທັນວາ, ເນື່ອງໃນໂອກາດວັນບຸນຄຼິດສະມາດ 2023, ທ່ານເລຂາຄະນະພັກນະຄອນ ຮ່າໂນ້ຍ ດິງຕຽນຢຸງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນຢູ່ ສຳນັກສັງຄະລາດໃຫຍ່ ຮ່າໂນ້ຍ. ການນຳນະຄອນ ຮ່າໂນ້ຍ ໄດ້ຢືນຢັນວ່າ ບັນດາຜົນງານພົ້ນເດັ່ນເຊິ່ງ ຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຂອງປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງ ຮ່າໂນ້ຍ, ໃນນັ້ນ, ມີບົດບາດຂອງພໍ່ແມ່ພີ່ນ້ອງຊາວຄຼິດ. ທ່ານ ດິງຕຽນຢຸງ ປາດຖະໜາວ່າ, ໃນປີ 2023, ສັງຄະນາຍົກ Giuse ຫວູວັນທຽນ, ພ້ອມກັບຄຸນພໍ່, ນັກບວດ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດ ສືບຕໍ່ຮ່ວມເດີນທາງ, ແບ່ງປັນພ້ອມກັບນະຄອນ, ຕັ້ງໜ້າປະກອບສ່ວນຫຼາຍຢ່າງກວ່າໃຫ້ແກ່ການພັດທະນາລວມຂອງນະຄອນຫຼວງ, ຂອງປະເທດຊາດ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານແຂວງ ດັກລັກ ໄດ້ໄປຢ້ຽມຢາມ, ອວຍພອນບັນດາຮາກຖານສາສະໜາໃນບໍລິເວນແຂວງ. ຜູ້ຕາງໜ້າບັນດາຮາກຖານສາສະໜາໄດ້ສົ່ງຄຳຂອບໃຈຕໍ່ການນຳແຂວງ ແລະ ບັນດາຄະນະ, ຂະແໜງການ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຄຼິດປະຕິບັດສິດເສລີໃນການເຫຼື້ອມໄສເຊື່ອຖືສາສະໜາ.

        ແລະກໍ່ໃນຕອນເຊົ້າວັນທີ 22 ທັນວາ, ຄະນະການນຳແຂວງ ອານຢາງ, ແຂວງ ເຮົ້າຢາງ ກໍ່ໄດ້ໄປຢ້ຽມຢາມ,  ອວຍພອນພໍ່ແມ່ພີ່ນ້ອງຊາວຄຼິດຢູ່ທ້ອງຖິ່ນ ເນື່ອງໃນໂອກາດວັນບຸນຄຼິດສະມາດ 2023 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ