ການນຳພັກ,ລັດ,ແນວໂຮມປະເທດຊາດຫວຽດນາມໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ

ການນຳພັກ,ລັດ,ແນວໂຮມປະເທດຊາດຫວຽດນາມໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ - ảnh 1
(ພາບປະກອບ: TTXVN)

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ວັນ​ຊາດ​ທີ 2/9 ແລະ 46 ປີ​ແຫ່ງວັນ​ປະ​ທານ​ໂຮ່​ຈິ​ມີນ​ເຖິງ​ແກ່​ມໍ​ລະ​ນະ​ກຳ, ຕອນ​ເຊົ້າ​ວັນ​ທີ 3/9, ທ່ານ ເລ​ຮົ່ງ​ແອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ທ່ານ​ຫງວຽນ​ຊວນ​ຟຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມີນ. ນະ​ທີ່ນີ້, ບັນ​ດາ​ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນລົ້ນ​ເຫລືອ​ທີ່​ມີ​ຕໍ່​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ຜູ້​ນຳ​ປີ​ຊາ​ສາ​ມາດ​ຂອງ​ພັກ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

 

 

 

 

 

 

ຂ່າວ/ບົດ​ອື່ນ