ການນຳລັດເຊຍ, ອາເມລິກາ ເຫັນດີເປັນເອກະພາບຮັກສາການພົບປະກ່ຽວກັບບັນຫາ ສປປ.ເກົາຫຼີ

(VOVWORLD) - ເຖິງວ່າບໍ່ແຈ້ງລະອຽດກໍ່ຕາມ, ແຕ່ຖະແຫຼງການຂອງວັງ Kremlin ພັດຊີ້ແຈ້ງວ່າ: “ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຮີບເຮັ່ງ ໃນການພົວພັນ 2 ຝ່າຍກໍ່ຄືສະພາບການຢູ່ບາງສະຖານທີ່ຮ້ອນເຮັ່ງໃນໂລກ,
ການນຳລັດເຊຍ, ອາເມລິກາ ເຫັນດີເປັນເອກະພາບຮັກສາການພົບປະກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump (ພາບ: AP)

ວັນທີ 14 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ມີການໂອ້ລົມທາງໂທລະສັບປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາວິກິດການໃນໂລກ, ພິເສດແມ່ນບັນຫານິວເຄຼຍໃນແຫຼມ ເກົາຫຼີ.

        ເຖິງວ່າບໍ່ແຈ້ງລະອຽດກໍ່ຕາມ, ແຕ່ຖະແຫຼງການຂອງວັງ Kremlin ພັດຊີ້ແຈ້ງວ່າ: “ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຮີບເຮັ່ງ ໃນການພົວພັນ 2 ຝ່າຍກໍ່ຄືສະພາບການຢູ່ບາງສະຖານທີ່ຮ້ອນເຮັ່ງໃນໂລກ, ໃນນັ້ນ ເລື່ອງແກ້ໄຂບັນຫານິວເຄຼຍ ສປປ.ເກົາຫຼີ ແມ່ນຈຸດສຸມ”. ວັງ Kremlin ໃຫ້ຮູ້ວ່າ: ການໂອ້ລົມທາງໂທລະສັບດັ່ງກ່າວ ໄດ້ປະຕິບັດຕາມຂໍ້ສະເໜີຂອງ ອາເມລິກາ ແລະ ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາການພົບປະ 2 ຝ່າຍ.

        ໃນການຜັນແປທີ່ກ່ຽວຂ້ອງ, ທີ່ການເຈລະຈາຄວາມສະຫງົບໝັ້ນຄົງ “2+2” ຍີ່ປຸ່ນ ແລະ ອັງກິດ ໄດ້ເຫັນດີເປັນເອກະພາບກໍ່ຄວາມດັນສູງສຸດຕໍ່ ສປປ.ເກົາຫຼີ ເພື່ອແນໃສ່ສະກັດກັ້ນໂຄງການນິວເຄຼຍ ແລະ ລູກສອນໄຟຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ