ການປະທະກັນ ລະຫວ່າງ ຮາມາດ -ອິດສະຣາແອນ: ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງອິດສະຣາແອນປ່ຽນແປງຍຸດທະສາດການທະຫານຢູ່ເຂດກາຊາ

(VOVWORLD) -ບັ້ນຮົບການທະຫານຂອງ ອິດສະຣາແອນ ເລັ່ງໃສ່ເຂດ ກາຊາ ໄດ້ກໍ່ຄວາມເສຍຫາຍໃຫຍ່ຫລວງທັງຊີວິດອິນຊີ, ຊັບສິນ ແລະ ພື້ນຖານໂຄງລ່າງຂອງ ປາແລດສະຕີນ. 
ການປະທະກັນ ລະຫວ່າງ ຮາມາດ -ອິດສະຣາແອນ: ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງອິດສະຣາແອນປ່ຽນແປງຍຸດທະສາດການທະຫານຢູ່ເຂດກາຊາ - ảnh 1ບັນດາອາຄານ ຖືກທຳລາຍ ພາຍຫລັງບັ້ນບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ລົງໃສ່ ນະຄອນ Deir el-Balah, ເຂດ Gaza. ພາບ: THX/TTXVN

ວັນທີ 5 ເມສາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງ ອິດສະຣາແອນ ຕ້ອງມີການປ່ຽນແປງວິທີການດຳເນີນການສູ້ຮົບຢູ່ເຂດ ກາຊາ ເພື່ອຫລີກລ້ຽງການກໍ່ຄວາມສູນເສຍໃຫ້ສາມັນຊົນອີກ ພ້ອມທັງຫັນປ່ຽນຮູບແບບການຂົນສົ່ງສິນຄ້າມະນຸດສະທຳເຂົ້າເຂດດິນແດນຂອງ ປາແລດສະຕິນ.

ກ່າວຄຳເຫັນທີ່ການຖະແຫລງຂ່າວ ຢູ່ ສຳນັກງານສປຊ ທີ່ນິວຢອກ ສະຫະລັດ ອາເມລິກາ, ທ່ານ Antonio Guterres ໄດ້ກ່າວປະນາມບັນດາການກະທຳໃຊ້ຄວາມຮຸນແຮງຕໍ່ສາມັກຊົນ ແລະ ບັນດາເປົ້າໝາຍພົນລະເຮືອນໃນການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ ທີ່ເກີດຂຶ້ນໃນວັນທີ 7 ຕຸລາ ປີກາຍນີ້. ທ່ານເນັ້ນຫນັກວ່າ:  ບັ້ນຮົບການທະຫານຂອງ ອິດສະຣາແອນ ເລັ່ງໃສ່ເຂດ ກາຊາ ໄດ້ກໍ່ຄວາມເສຍຫາຍໃຫຍ່ຫລວງທັງຊີວິດອິນຊີ, ຊັບສິນ ແລະ ພື້ນຖານໂຄງລ່າງຂອງ ປາແລດສະຕີນ.

ໃນວັນດຽວກັນ, ສື່ມວນຊົນ ອີຢີບ ແລະ ອິດສະຣາແອນ ໃຫ້ຮູ້ວ່າ: ບັນດາການເຈລະຈາກ້າວໄປເຖິງຄຳສັ່ງຢຸດຍິງໃຫມ່ ຢູ່ເຂດ ກາຊາ ໄດ້ເຊື່ອມຕໍ່ຄືນໃຫມ່ໃນທ້າຍສັບປະດານີ້ຢູ່ ນະຄອນຫລວງ ກາຍໂຣ.

 ຟ້າມຮວນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ