ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ເລື່ອ​ນ​ວັນ​ເວ​ລາ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ຢູ່​ເຂດ ກາ​ຊາ

(VOVWORLD) - ການປ່ອຍເປັນອິດສະຫຼະຕົວປະກັນທີ່ຖືກ ຮາມາດສ ກັກຂັງ ນັບແຕ່ເກີດການປະທະກັນໃນວັນທີ 7 ຕຸລາ ນັ້ນ ຈະບໍ່ໄດ້ດຳເນີນກ່ອນຈຸດເວລາດັ່ງກ່າວ, ແຕ່ຈະປະຕິບັດຕາມແຜນການທີ່ສອງຝ່າຍໄດ້ຕົກລົງກັນໄວ້ໃນເບື້ອງຕົ້ນ. 
ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອິດ​ສະ​ຣາ​ແອັນ ເລື່ອ​ນ​ວັນ​ເວ​ລາ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ຢູ່​ເຂດ ກາ​ຊາ - ảnh 1ບັນດາເຮືອບິນຂົນສົ່ງເຄື່ອງໜູນຊ່ວຍມະນຸດສະທຳສາກົນ ຢູ່ສະໜາມບິນ al-Arish ຂອງ ອີຢິບ (ພາບ: VOV)

ຕອນເຊົ້າວັນທີ 23 ພະຈິກ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ໃຫ້ຮູ້ວ່າ ການປະທະກັນຢູ່ເຂດ ກາຊາ ແລະ ເລື່ອງຂະບວນການ ອິດສະລາມ ຮາມາດສ ປ່ອຍຕົວປະກັນ ຈະບໍ່ດຳເນີນກ່ອນວັນທີ 24 ພະຈິກ, ເຖິງແມ່ນວ່າ ສອງຝ່າຍໄດ້ເປັນເອກະສັນຕໍ່ຄຳສັ່ງຢຸດຍິງຊົ່ວຄາວເພື່ອຈຸດປະສົງມະນຸດສະທຳແລ້ວກໍຕາມ. ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງທີ່ ທ່ານ Tzachi Hanegbi ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິດສະຣາແອັນ ໄດ້ຢັ້ງຢືນໃນຕອນຄ່ຳວັນທີ 22 ພະຈິກ ວ່າ ການປ່ອຍເປັນອິດສະຫຼະຕົວປະກັນທີ່ຖືກ ຮາມາດສ ກັກຂັງ ນັບແຕ່ເກີດການປະທະກັນໃນວັນທີ 7 ຕຸລາ ນັ້ນ ຈະບໍ່ໄດ້ດຳເນີນກ່ອນຈຸດເວລາດັ່ງກ່າວ, ແຕ່ຈະປະຕິບັດຕາມແຜນການທີ່ສອງຝ່າຍໄດ້ຕົກລົງກັນໄວ້ໃນເບື້ອງຕົ້ນ. ທ່ານຊີ້ແຈ້ງວ່າ ບັນດາການພົບປະກ່ຽວກັບເລື່ອງປ່ອຍຕົວປະກັນ ພວມໄດ້ຊຸກຍູ້ ແລະ ດຳເນີນໄປເລື້ອຍໆ.

          ຕາມຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ແລ້ວ, ສອງຝ່າຍຈະຢຸດຕິການປະທະກັນຢູ່ເຂດ ກາຊາ ພາຍໃນ 4 ວັນ ເພື່ອສ້າງເງື່ອນໄຂແກ່ການເຄື່ອນໄຫວໜູນຊ່ວຍມະນຸດສະທຳ. ໃນໄລຍະຢຸດຍິງ, ຝ່າຍ ຮາມາດສ ຈະປ່ອຍຕົວປະກັນ ເປັນອິດສະຫຼະຢ່າງໜ້ອຍສຸດ 50 ຄົນ ໃນຈຳນວນທັງໝົດ 240 ຄົນ. ໃນຂະນະນັ້ນ, ອິດສະຣາແອັນ ກໍຈະປ່ອຍນັກໂທດ ຊາວປາແລັດສະຕິນ 150 ຄົນ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງຫຼາຍຄົນ. ຂໍ້ຕົກລົງດັ່ງກ່າວ ໂດຍລັດຖະບານ ອິດສະຣາແອັນ ຮັບຮອງເອົາ ດ້ວຍຈຳນວນບັດເຫັນດີສ່ວນໃຫຍ່.

ນັກຂ່າວ VOV ປະຈຳ ອີຢິບ ແລະ  ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ