ການພົບປະ2ຝ່າຍລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມແລະລາວ

ການພົບປະ2ຝ່າຍລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມແລະລາວ - ảnh 1
ການພົບປະ2ຝ່າຍລະຫວ່າງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມແລະລາວ
(ພາບ: qdnd)

(vovworld) – ທີ່​ການ​ພົບ​ປະ​ກັບພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວໃນ​ຕອນ​ເຊົ້າ​ວັນ​ທີ 25/4, ຢູ່​ມົດ​ສະ​ກູ, ປະ​ເທດ ລັດ​ເຊຍ, ຢູ່ນອກ​ການ​ຢ້ຽມຢາມ ສະຫະພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ ຫວຽດນາມ ​ໂງ​ຊວນ​ລີກ ສະ​ເໜີ​ໃຫ້ສອງ​ຝ່າຍ ຫວຽດນາມ ​ແລະ ລາວ​ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ບັນດາ​ຂົງ​ເຂດ​ຄື: ພົບ​ປະ​ແລກປ່ຽນ​ເຂດ​ຊາຍ​ແດນ, ວຽກ​ງານ​ພັກ - ວຽກ​ງານ​ການ​ເມືອງ, ການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການສົມທົບ​ກັນ​ໂຄສະນາ​ໃນ​ໝູ່​ປະຊາຊົນ, ກອງທັບ​ 2 ປະ​ເທດ​ກ່ຽວ​ກັບ​ນຳ້​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດນາມ -ລາວ… ທ່ານ​ລັດຖະມົນຕີ ​ໂງ​ຊວນ​ລີກ ຢັ້ງຢືນ​ວ່າ: ​ບໍ່​ວ່າ​ໃນສະພາບ​ການ​ໃດ​ໆ, ພັກ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​​ໄຫຼ່​ພ້ອມ​ກັບ​ພັກປະຊາຊົນ​ປະຕິວັດ ລາວ, ປະຊາຊົນ ​ແລະ ກອງທັບ​ປະຊາຊົນ ລາວ ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ບັນດາ​ຜົນງານ​ຂອງ​ການ​ປະຕິວັດ​ລາວ.

        ສ່ວນ​ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ສະ​ເໜີວ່າ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ກ່ວາ​ອີກ, ສະ​ແດງ​​ໃຫ້​ເຫັນ​ວ່າ ຝ່າຍ​ລາວ ກຽມພ້ອມ​ສື​ບຕໍ່​ໜູນ​ຊ່ວຍ​ວຽກ​ງານຊອກ​ຮູ້, ທ້ອນ​ໂຮມ​ອັດຖິ​ນັກ​ຊ່ຽວຊານ​ອາສາ​ສະໝັກ ຫວຽດນາມ ທີ່ເສຍສະຫຼະ​ຊີວິ​ດ​ໃນ​ເຂດ​ດິນ​ແດນ ລາວ.



ຂ່າວ/ບົດ​ອື່ນ