ການພົບປະມິດຕະພາບຫວຽດນາມ - ອາເມລິກາຢູ່ດານັ້ງ

   ການພົບປະມິດຕະພາບຫວຽດນາມ - ອາເມລິກາຢູ່ດານັ້ງ - ảnh 1
ທ່ານ John McAuliff ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຂອງກອງ​ທຶນ​ໄກ່​ເກ່ຍ ແລະ ພັດ​ທະ​ນາ​ອາ​ເມ​ລິ​ກາ​


(vovworld)- ມຸ່ງ​ໄປ​ສູ່​ການ​ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ຫວຽດ​ນາມ - ອາ​ເມ​ລິ​ກາ, ແຕ່​ວັນ​ທີ 19/4 ຫາ​ວັນ​ທີ 1 /5, ຄະ​ນະ​ຜູ້​ແທນ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ສັນ​ຕິ​ພາບ, ຝ່າຍ​ຊ້າຍ​ອາ​ເມ​ລິ​ກາ​ໂດຍ​ທ່ານ John McAuliff ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຂອງກອງ​ທຶນ​ໄກ່​ເກ່ຍ ແລະ ພັດ​ທະ​ນາ​ອາ​ເມ​ລິ​ກາ​ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ. ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ຄະ​ນະ​ໄດ້​ມາ​ນະ​ຄອນ​ດານັ້ງ ແລະ ວັນ​ທີ 27/4 ໄດ້​ມີ​ການ​ພົບ​ປະ​ກັບ​ ​ບັນ​ດາ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ດານັ້ງ; ຢ້ຽມ​ຢາມ, ພົບ​ປະ​ກັບ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້​າຍ​ຈາກ​ທາດ​ພິ​ດສີ​ສົ້ມ. ຈຸດ​ປະ​ສົງ​ຂອງ​ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຄັ້ງ​ນີ້ ແມ່ນ​ຊອກ​ຮູ້​ປະ​ຫວັດ​ສາດ, ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ໂດຍ​ຜ່ານ​ການ​ແນະ​ນຳ​ກ່ຽວ​ກັບ​ຫວຽດ​ນາມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້​ຫວຽດ​ນາມ, ມີ​ບັນ​ດາ​ການ​ພົບ​ປະ, ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ການ, ສຳ​ນັກ​ງານ​ຂອງ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ບາງ​ການ​ເຄ​ື່ອນ​ໄຫວສະ​ເຫຼີມ​ສະຫຼອງ 40 ປີ ແຫ່ງວັນປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົ​ມ​ບູນ, ທ້ອນ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບຢູ່​ນະ​ຄອນ​ໂຮ່​ຈິ​ມິນ…..

ຂ່າວ/ບົດ​ອື່ນ