ການພົວພັນລັດເຊຍ - ຈີນ ກ້າວໄປສູ່ສັງກະລາດໃໝ່

(VOVWORLD) -ທ່ານ Yuri Ushakov ໃຫ້ຮູ້ວ່າ ເອກະສານ 2 ສະບັບດັ່ງກ່າວແມ່ນຖະແຫຼງການຮ່ວມຂອງສະຫະພັນ ລັດເຊຍ ແລະ ຈີນ ກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ

        ວັນທີ 17 ມີນາ, ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ ທ່ານ Yuri Ushakov ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຈະລົງນາມໃນເອກະສານ 2 ໃນຈຳນວນ 10 ສະບັບທີ່ພວມໄດ້ກະກຽມ, ເນື່ອງໃນໂອກາດການໄປຢ້ຽມຢາມ ລັດເຊຍ ຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແຕ່ວັນທີ 20 – 22 ມີນາ. ທ່ານ Yuri Ushakov ໃຫ້ຮູ້ວ່າ ເອກະສານ 2 ສະບັບດັ່ງກ່າວແມ່ນຖະແຫຼງການຮ່ວມຂອງສະຫະພັນ ລັດເຊຍ ແລະ ຈີນ ກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ແລະ ກະທົບຕອບຍຸດທະສາດກ້າວເຂົ້າສູ່ສັງກະລາດໃໝ່ ແລະ ຖະແຫຼງການກ່ຽວກັບແຜນການພັດທະນາບັນດາຂົງເຂດຮ່ວມມືເສດຖະກິດສຳຄັນລະຫວ່າງ ລັດເຊຍ ແລະ ຈີນ ຮອດປີ 2030.

        ຕາມທ່ານ Uhakov ແລ້ວ, ທັງ ມົດສະກູ ແລະ ປັກກິ່ງ ລ້ວນແຕ່ມີຄວາມປິຕິຊົມຊ່ືນກ່ຽວກັບສະພາບການພົວພັນ 2 ຝ່າຍ, ພວກເຮົາ “ບັນລຸໃນລະດັບສູງສຸດໃນປະຫວັດສາດ ແລະ ອາດເວົ້າໄດ້ວ່າ, ພວມສືບຕໍ່ບັນລຸໄດ້ກຳລັງໜູນ. ”

ຕອບກັບ

ຂ່າວ/ບົດ​ອື່ນ