ການພົວພັນຫວຽດນາມ-ສະຫະພາບເອີລົບມີບາດກ້າວພັດທະນາຕັ້ງໜ້າຫຼາຍຢ່າງ

(VOVWORLD) -ຕອນເຊົ້າວັນທີ 10 ທັນວາ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກົມຄຸ້ມຄອງວິກິດການ ແລະ ແຜນການຂອງສະຫະພາບເອີລົບ (EU) ໂດຍທ່ານ Gabor Iklody, ຫົວໜ້າກົມ, ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ  ເຮັດວຽກຢູ່ຫວຽດນາມ.

ການພົວພັນຫວຽດນາມ-ສະຫະພາບເອີລົບມີບາດກ້າວພັດທະນາຕັ້ງໜ້າຫຼາຍຢ່າງ - ảnh 1ພົນໂທ ຟານວັນຢາງ ຕ້ອນຮັບທ່ານ Gabor Iklody

(ພາບ: qdnd.vn)

ທີ່ການຕ້ອນຮັບ, ພົນໂທ ຟານວັນຢາງ ສະເໜີໃຫ້ EU ໜູນຊ່ວຍກອງທັບປະຊາຊົນຫວຽດນາມ ໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ; ປາດຖະໜາວ່າ EU ສືບຕໍ່ສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ກໍຄືການພົວພັນລະຫວ່າງຫວຽດນາມ - EU ຈະສືບຕໍ່ພັດທະນາຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານ Gabor Iklody ເນັ້ນໜັກວ່າ, EU ແລະ ຫວຽດນາມ ສາມາດຍູ້ແຮງການຮ່ວມມືໃນທັງ 2 ຝ່າຍ, ຫຼາຍຝ່າຍ ແລະ ໃນການພົວພັນລະຫວ່າງ EU ກັບອາຊຽນ, ໂດຍສະເພາະແມ່ນຫວຽດນາມ ຈະຮັບດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020. EU ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ