ການຢ້ຽມຢາມປະກອບສ່ວນເພີ່ມທະວີແລະຮັດແໜ້ນການພົວພັນແບບພິເສດ ຫວຽດນາມ -ລາວກ່ວາອີກ

ການຢ້ຽມຢາມປະກອບສ່ວນເພີ່ມທະວີແລະຮັດແໜ້ນການພົວພັນແບບພິເສດ ຫວຽດນາມ -ລາວກ່ວາອີກ - ảnh 1

(vovworld) - ໃນຊຸມມື້ຜ່ານມາບົດ ​ແລ​ະ ພາບ​ບັນດາໜັງສືພິມໃຫຍ່ ຂອງລາວໄດ້ລົງພິມຂ່າວໃນໜ້າທຳອິດກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສປປ ລາວ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໃນ​ວັນ​ທີ 26 – 27/9, ​ຊຶ່ງໄດ້​ຢັ້ງຢືນ​ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ລາວ - ຫວຽດນາມ.  ​ໃບ​ຂ່າວ​ຂອງ KPL News, ໜັງສືພິມ​ປາຊາ​ຊົນ, ລາວ ພັດທະນາ, ວຽງ​ຈັນ​ໃໝ່ ​ໄດ້​ຊີ້​ແຈ້ງ​ໃນ​ການ​ເຈລະຈາ​ທ່ີ​ນະຄອນຫຼວງ ວຽງ​ຈັນ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ​ຕູ້ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ: ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໃນ​ຊຸມ​ປີ​ຜ່ານ​ມາ​ຍັງຄົງ​ໄດ້​ສືບ​ຕໍ່​​ເພີ່ມ​ທະວີຢ່າງ​ແຮງ ​ແລະ ມີ​ປະສິດ​ທິຜົນ​ໃນ​ຫຼາຍ​ຂົງ​ເຂດ.

        ນອກຈາກ​ນັ້ນ, ບັນດາ​ໜັງ​ສື​ພິມ​ຂອງລາວ ກໍ່​​ໄດ້​ລົງ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ - ລາວ, ​ເນັ້ນ​ໜັກ​ໜີ້​ສາທາລະນະ​ແມ່ນ​ບັນຫາ​ໃຫຍ່​ສຳລັບ​ຫຼາຍ​ປະ​ເທດ​ໃນ​ໂລກ, ນັບ​ທັງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ບັນດາ​ປະ​ເທດ​ພວມ​ພັດທະນາ, ​ໃນ​ນັ້ນ​ມີ ຫວຽດນາມ ​ແລະ ລາວ. ​ເລື່ອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໄດ້​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບັນ​ຫາ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ 2 ອົງການ​ນິຕິບັນຍັດ​ສຳລັບ​ບັນຫາ​ສຳຄັນ​ຂອງ​ປະ​ເທດຊາດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ, ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ ຢູ່​ແຕ່ລະ​ປະ​ເທດ ​ແລະ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ​ຂອງ​ການ​ພົວພັນ​ຮ່ວມ​ມື​ນັບ​ມ​ື້ນັບ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ 2 ປະ​ເທດ ຫວຽດນາມ ​ແລະ ລາວ.


ຂ່າວ/ບົດ​ອື່ນ