ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ - ຜົນງານທີ່ໜ້າເອກອ້າງທະນົງໃຈຂອງຫວຽດນາມ

ການລົບລ້າງຄວາມອຶດຫີວຫຼຸດຜ່ອນຄວາມທຸກຍາກ - ຜົນງານທີ່ໜ້າເອກອ້າງທະນົງໃຈຂອງຫວຽດນາມ - ảnh 1
(ພາບປະກອບ)


​(vovworld) – ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ, ຍາມ​ໃດ​ກໍ່​ໄດ້​ຮັບ​ກຳນົດ​ວ່າ ​ແມ່ນ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ​ໃນ​ແນວທາງ,​ ນະ​ໂຍບາຍ​ພັດທະນາ​ຂອງ​ພັກ, ລັດ​ຫວຽດນາມ, ​ເພື່ອ​ຮັບປະກັນ​ສິດທິ​ມະນຸດ ​ແລະ ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະວັດ​ຂອງ ສະຫະ​ປະຊາ​ຊາດ. ​ໃນ​ຊຸມ​ປີຜ່ານມາ, ຍ້ອນ​ມີ​ບັນດາ​ຜົນງານ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ການບຸລິ​ມາ​ສິດ ​ແລະ ຄວາມ​ມານະ​ພະຍາຍາມ​ໃນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ຫວຽດນາມ ຈຶ່ງບັນລຸ​ໄດ້​ບາດກ້າວ​ພັດທະນາ​ກະ​ໂດດ​ຂັ້ນ, ປະຕິບັດ​ສຳ​ເລັດ​ຄາດໝາຍ​ພັດທະນາ​ສະຫັດ​ສະວັດ​ຂອງ ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກກ່ອນ​ກຳນົດ​ເວລາ. ທ່ານ​ນາງ Victoria Kwakwa, ຜູ້​ອຳນວຍ​ການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ: ປີ 1993, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ຢູ່​ໂລກ, ດ້ວຍ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນລຸ​ພຽງ 100 USD. ປະຈຸ​ບັນ, ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນພວມ​ເພີ່ມ​ຂຶ້ນ​ປະມານ 1700 USD. ອັດຕາ​ຄອບຄົວ​ທີ່​ທຸ​ກຍາກ​ໄດ້​ຫຼຸດ​ລົງ​ຈາກ 58%​ ໃນ​ປີ 1993 ລົງ​ເຫຼືອ​ພຽງ​ປະມານ 10% ​ໃນ​ປີ 2012, ດ້ວຍກວ່າ 30 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ຫວຽດນາມ ບັນລຸ​ໄດ້ 5 ​ໃນ​ຈຳນວນ 8 ຄາດໝາຍ​ພັດທະນາ​ສະຫັດ​ສະວັດ. ຕາມ​ການ​ຕີ​ລາຄາ​ຂອງ​ສະຫະ​ປະຊາ​ຊາດ​ແລ້ວ, ຫວຽດນາມ ​ພວມ​ຢືນ​ອັນ​ດັບ 6 ​ໃນ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາຄາດໝາຍ​ພັດທະນາ​ສະຫັດ​ສະວັດ.

ຂ່າວ/ບົດ​ອື່ນ