ການຮ່ວມມືແລກປ່ຽນຂໍ້ມູນຂ່າວສານວິທະຍາສາດລະຫວ່າງຫວຽດນາມແລະມາຣົກ

ການຮ່ວມມືແລກປ່ຽນຂໍ້ມູນຂ່າວສານວິທະຍາສາດລະຫວ່າງຫວຽດນາມແລະມາຣົກ - ảnh 1
ການ​ແລກ​ປ່ຽນ​ບົດ​ບັນ​ທຶກ​ຊ່ວຍຈຳ​ລະ​ຫວ່າງ​ສອງ​ຝ່າຍ

(vovworld)- ວັນ​ທີ 28/3, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ ອາ​ຟ​ຼິ​ກາ ແລະ ຕາ​ເວັນ​ອອກ​ກາງ ແລະ ສູນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ສັງ​ຄົມ ລາ​ຊະ​ອາ​ນາ​ຈັກ ມາ​ຣົກ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ເພື່ອ​ແນ​ໃສ່​ສ້າງ​ຕັ້ງ ແລະ ປັບ​ປຸງ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ວິ​ທະ​ຍາ​ສາດ ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ສາ​ກົນ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ແລະ ທົ່ວ​ໂລກ, ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ເມືອງ ແລະ ວັດ​ທະ​ນະ​ທຳ​ສາ​ກົນ . ຕາມນັ້ນ​ແລ້ວ, ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຈະ​ສ້າ​ງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ແລກ​ປ່ຽນ​ບັນ​ດາ​ໝາກ​ຜົນ​ການ​ຄົ້ນ​ຄ້​ວາ ແລະ ບັນ​ດາ​ສິ່ງ​ພິ​ມ​ວິ​ທະ​ຍາ​ສາດ​ຊື່ງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈທີ່​ໄດ້​ພິມ​ຈຳ​ຫ​ນ່າຍ​ຫລື​ລົງ​ໃນ​ຫ​ນ້າ​ເວັບ. ສອງ​ອົງ​ການ​ພ້ອມ​ກັນ​ດຳ​ເນີນ​ການ​ທາບ​ທາມ​ຄຳ​ເຫັນ​ກ່ຽວ​ກັບ​ຄວ​າມ​ສາ​ມາດ​ຈັດ​ຕັ້ງ​ກອງ​ປະ​ຊຸມ, ການ​ສຳ​ມະ​ນາ​ໂຕະ​ມົນ, ການ​ພົບ​ປະ​ສົນ​ທະ​ນາ​ດ້ານ​ວິ​ທະ​ຍາ​ສາດ, ບັນ​ດາ​​ການ​ປ​ະ​ຊຸມ ແລະ ວາ​ລະ​ປຶກ​ສາ​ຫາ​ລືໝູນ​ວຽນ ຢູ່ ມາ​ຣົກ ແລະ ຫວຽດ​ນາມ. ກ່ຽວ​ກັບ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ວິ​ທະ​ຍາ​ສາດ​ທີ່​ຄ້າຍ​ຄື​ກັນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງຝ່າຍ ​ສາມ​ ພ້ອມ​ກັນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ແລ​ກ​ປ່ຽນ​ນັກ​ຮຽນ​ຮູ້, ນັກ​ຊ່ຽວ​ຊານ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ຂອງ​ສອງ​ຝ່າຍ. 


ຕອບກັບ

ຂ່າວ/ບົດ​ອື່ນ