ການເຄື່ອນໄຫວ ຫຼາຍຢ່າງສະເຫຼີມສະຫຼອງ106ປີແຫ່ງວັນ ແມ່ຍິງສາກົນ

ການເຄື່ອນໄຫວ ຫຼາຍຢ່າງສະເຫຼີມສະຫຼອງ106ປີແຫ່ງວັນ ແມ່ຍິງສາກົນ - ảnh 1
ພາບປະກອບ

(vovworld) - ​ສະ​ເຫຼີ​ມສະຫຼອງ 106 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ, ສະຫະພັນ​ແຮງ​ງານ​ແຂວງ ອານ​ຢາງ ​ໄດ້​ຈັດ​ຕັ້ງ​ການ​ແຂ່ງຂັນ​ສີມື​ແຮງ​ງານ​ຄັ້ງ​ທີ 4 ດ້ວຍ​ຫົວ​ຂໍ້​ວ່າ: “ຍ້ອງຍໍ​ບ້ານ​ເກີດ​ເມືອງ​ນອນ, ທະ​ເລ ​ແລະ ​ແມ່ຍິງ ຫວຽດນາມ“. ມີ​ຜູ້ຊາຍ 140 ຄົນ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ປັກ​ດອກ​ໄມ້ ​ແລະ ​ແຕ່ງກິນ. ການ​ແຂ່ງຂັນ​ເພື່ອ​ແນ​ໃສ່​ຫວນ​ຄືນ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ ​ແລະ ບັນດາ​ຄຸນ​ນະ​ທາດ​ທີ​ດີງາມ​ຂອງ​ແມ່ຍິງ​ ຫວຽດນາມ; ຊ່ວຍ​ໃຫ້​ພະນັກງານ, ສະມາຊິກ​ກຳມະບານ​ໃນ​ແຂວງ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ຂອງ​ແມ່ຍິງ ​ຫວຽດນາມ.

        ຂຳ່ນັບ​ຮັບ​ຕ້ອນ ວັນ​ແມ່ຍິງ​ສາກົນ, ​ໃນ​ລະຫວ່າງ​ວັນ​ທີ 6-8/3, ບັນດາ​ນັກ​ທ່ອງ​ທ່ຽວ​ຍິງ​ມານະ​ຄອນ ດ່າ​ນັ້ງ ລ້ວນ​ແຕ່​ໄດ້​ຮັບ​ບຸລິ​ມາ​ສິດ​ຢູ່​ເຂດ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ. ສວນສາທາລະນະ Asia Park ດ່າ​ນັ້ງ ກໍ່​ຫຼຸດ​ລາ​ຄ່າ​ປີ້​ລົງ 50% ​ໃຫ້​ນັກ​ທ່ອງ​ທ່ຽວ​ຍິງ​ມາ​ຢ້ຽມຢາມ, ລະ​ຫຼິ້ນ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ