ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

(VOVWORLD) - ວັນທີ 06 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ມີການພົບປະກັບການນຳຫຼາຍປະເທດ..
ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ວັນທີ 06 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈີງ ໄດ້ມີການພົບປະກັບການນຳຫຼາຍປະເທດ..

          ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ, ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການພົບປະເປັນປະຈຳລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນ, ແທດຈິງ, ເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໃຫ້ຮູ້ວ່າ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ພວມສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງ ຈີນ ເພື່ອຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ລະອຽດ ແລະ ບັນລຸປະສິດທິຜົນ, ແນໃສ່ຫານຫັນຄວາມຮັບຮູ້ລວມສຳຄັນຂອງການນຳສູງສຸດຂອງ 2 ພັກ, 2 ລັດໃນປະກົດຜົນເປັນຈິງໃນໄລຍະຈະມາເຖິງ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພົບປະກັບພົບປະເຈລະຈາກັບ ກະສັດບຣູໄນ Darussalam Sultan Haji Hassanal Bolkiah
(ພາບ: TTXVN)

          ທີ່ການພົບປະກັບພົບປະເຈລະຈາກັບ ກະສັດບຣູໄນ Darussalam Sultan Haji Hassanal Bolkiah, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ 2 ປະເທດແລກປ່ຽນ, ກ້າວໄປເຖິງການລົງນາມໃນສັນຍາລະຫວ່າງລັດຖະບານດ້ານການຄ້າໝວດເຂົ້າສານໂດຍໄວ, ປະກອບສ່ວນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການຮ່ວມມືພັດທະນາຂະແໜງຜະລິດທັນຍາອາຫານ Halal ຂອງ ຫວຽດນາມ ເຂົ້າ ບຣູໄນ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ຍູ້ແຮງການຮ່ວມມື, ແລກປ່ຽນບົດຮຽນ ເພື່ອພັດທະນາຂະແໜງອຸດສາຫະກຳນ້ຳມັນອາຍແກັສ ແລະ ເຄມີ… ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສອງຝ່າຍ ເປີດກວ້າງການຮ່ວມມື ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນໂດຍກົງ ລະຫວ່າງກຳລັງຂອງ 2 ປະເທດ.

          ສ່ວນກະສັດບຣູໄນ Darussalam Sultan Haji Hassanal Bolkiah ໄດ້ເຫັນດີກັບບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ; ຢືນຢັນຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ນຳໃຊ້ບັນດາບັນດາພື້ນຖານພະລາທິການຢູ່ ບຣູໄນ ເພື່ອສົ່ງອອກສິນຄ້າ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 3(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio)

          ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ສະເໜີໃຫ້ ຍີ່ປຸ່ນ ພ້ອມກັນສົມທົບກັບ ຫວຽດນາມ ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດ, ໂຄງການໜູນຊ່ວຍການພັດທະນາ (ODA) ແລະ ຄົ້ນຄວ້າຄວາມສາມາດໜູນຊ່ວຍ ຫວຽດນາມ ໃນການພັດທະນາໂຄງການທາງລົດໄຟຄວາມໄວສູງ ເໜືອ - ໃຕ້ ໂຄງການທາງລົດໄຟໃນເຂດຕົວເມືອງ; ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ທີ່ອາໄສ, ຮ່ຳຮຽນ ແລະ ທຳມາຫາກິນຢູ່ ຍີ່ປຸ່ນ…

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 4(ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol)

            ແລະກໍ່ໃນວັນດຽວກັນ, ທີ່ການພົບປະລະເຈລະຈາຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol, ການນຳສອງປະເທດໄດ້ເຫັນດີເປັນເອກະສັນຈະມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການສຶກສາໃຫ້ຫຼາຍກວ່າເກົ່າ.

            ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ຫວັງວ່າ ການາດາ ຈະສ້າງເງື່ອນໄຂສະດວກ ເພື່ອໃຫ້ສິນຄ້າຂອງ ຫວຽດນາມ ສົ່ງອອກໄປຍັງ ການາດາ; ຍູ້ແຮງການຮ່ວມມືໃນຂົງເຂດໃໝ່, ໃນນັ້ນມີການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວິທະຍາສາດເຕັກໂນໂລຊີ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ